ພຣະບັນຍັດສອງ14
ອາຫານທີ່ບໍ່ເປັນມົນທິນ ແລະ ເປັນມົນທິນ
1ພວກເຈົ້າເປັນລູກຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າປາດເນື້ອໜັງຕົນເອງ ຫລື ແຖຫົວທາງໜ້າຂອງຕົນເມື່ອມີຄົນຕາຍ,2ເພາະພວກເຈົ້າເປັນໄພ່ພົນບໍລິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພຣະເຈົ້າຢາເວໄດ້ເລືອກພວກເຈົ້າອອກມາຈາກປະຊາຊາດທັງຫລາຍເທິງແຜ່ນດິນໂລກໃຫ້ເປັນກຳມະສິດລ້ຳຄ່າຂອງພຣະອົງ.3ຢ່າກິນສິ່ງໃດທີ່ໜ້າກຽດຊັງ.4ສັດເຫລົ່ານີ້ທີ່ພວກເຈົ້າອາດກິນໄດ້ຄື: ງົວ, ແກະ, ແບ້,5ກວາງ, ກວາງນ້ອຍ, ກວາງປ່າ, ແບ້ປ່າ, ກະຕ່າຍປ່າ, ເຍືອງ ແລະ ແກະເທິງພູເຂົາ. 6ພວກເຈົ້າກິນສັດທີ່ມີເລັບເປັນກີບແຍກ ແລະ ຄ້ຽວເອື້ອງໄດ້.7ເຖິງຢ່າງໃດກໍຕາມ, ຈຳພວກສັດທີ່ຄ້ຽວເອື້ອງ ຫລື ມີເລັບເປັນກີບແຍກເຊິ່ງພວກເຈົ້າອາດກິນບໍ່ໄດ້ຄື ອູດ, ກະຕ່າຍ ຫລື ກະຕ່າຍປ່າເທິງພູ. ເຖິງແມ່ນວ່າພວກມັນຄ້ຽວເອື້ອງ, ແຕ່ບໍ່ມີເລັບທີ່ມີກີບແຍກ, ສັດເຫລົ່ານີ້ກໍເປັນມົນທິນຕາມພິທີກຳສຳລັບພວກເຈົ້າ.8ໝູກໍເປັນສັດທີ່ເປັນມົນທິນເໝືອນກັນ; ເຖິງແມ່ນວ່າມັນມີເລັບທີ່ມີກີບແຍກ, ມັນກໍບໍ່ໄດ້ຄ້ຽວເອື້ອງ. ພວກເຈົ້າບໍ່ຕ້ອງກິນຊີ້ນຂອງພວກມັນ ຫລື ບໍ່ແຕະຕ້ອງຊາກສົບຂອງພວກມັນ.9ສິ່ງທີ່ມີຊີວິດທຸກຢ່າງທີ່ອາໄສຢູ່ໃນນ້ຳ, ພວກເຈົ້າສາມາດກິນໂຕທີ່ມີຄີ ແລະ ມີເກັດໄດ້,10ແຕ່ພວກເຈົ້າຢ່າກິນສັດນ້ຳຊະນິດອື່ນໆທີ່ບໍ່ມີຄີ ແລະ ບໍ່ມີເກັດ, ເພາະຖືວ່າເປັນມົນທິນສຳລັບພວກເຈົ້າ.11ພວກເຈົ້າກິນນົກທີ່ບໍ່ເປັນມົນທິນໄດ້.12ແຕ່ນົກເຫລົ່ານີ້ພວກເຈົ້າຢ່າກິນຄື: ນົກອິນຊີ, ແຮ້ງ, ແຮ້ງດຳ,13ແຫລວແດງ, ແຫລວດຳ ແລະ ແຫລວປີກແຫລມຊະນິດຕ່າງໆ,14ກາຊະນິດຕ່າງໆ,15ນົກເຄົ້າມີເຂົາ, ນົກເຄົ້າຮ້ອງສຽງແຫລມ, ນົກນາງນວນ ແລະ ແຫລວຊະນິດຕ່າງໆ,16ນົກເຄົ້ານ້ອຍ, ນົກເຄົ້າໃຫຍ່, ນົກເຄົ້າຂາວ,17ນົກເຄົ້າປ່າ, ນົກຍາງ, ນົກການ້ຳ,18ນົກກະສາ, ນົກຍາງຊະນິດໜຶ່ງ, ນົກກະລາງຫົວຂວານ ແລະ ໂຕເຈຍ.19ແມງໄມ້ທີ່ບິນໄດ້ທັງໝົດເປັນມົນທິນສຳລັບພວກເຈົ້າ; ຢ່າກິນແມງໄມ້ເຫລົ່ານີ້.20ແຕ່ສ່ວນສັດມີປີກທີ່ບໍ່ເປັນມົນທິນ ພວກເຈົ້າອາດກິນໄດ້.21ຢ່າກິນສັດທີ່ຕາຍເອງ. ພວກເຈົ້າອາດຈະມອບໃຫ້ຄົນຕ່າງດ້າວທີ່ອາໄສໃນເມືອງຂອງພວກເຈົ້າ, ພວກເຂົາອາດກິນໄດ້ ຫລື ພວກເຈົ້າອາດຂາຍສັດທີ່ຕາຍນັ້ນໃຫ້ຄົນຕ່າງດ້າວ. ແຕ່ພວກເຈົ້າເປັນຊົນຊາດບໍລິສຸດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.ຢ່າຕົ້ມລູກແບ້ໃສ່ໃນນ້ຳນົມແມ່ຂອງມັນ.
ກົດບັນຍັດເລື່ອງໜຶ່ງສ່ວນສິບ
22ຈົ່ງແຍກໜຶ່ງສ່ວນສິບຂອງຜົນຜະລິດທັງໝົດຈາກໄຮ່ນາຂອງພວກເຈົ້າໃນແຕ່ລະປີໄວ້ຕ່າງຫາກ.23ຈົ່ງນຳໜຶ່ງສ່ວນສິບຈາກພືດຜົນເປັນເມັດ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກ, ລູກຫົວປີຈາກຝູງແບ້, ຝູແກະ ແລະ ຝູງງົວມາກິນຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະອົງຈະເລືອກເປັນບ່ອນສະຖິດຢູ່ຂອງນາມຂອງພຣະອົງ, ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ສະເໝີ.24ແຕ່ຖ້າຫາກວ່າບ່ອນນັ້ນຢູ່ຫ່າງໄກຫລາຍ ແລະ ພວກເຈົ້າໄດ້ຮັບພຣະພອນຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າບໍ່ສາມາດຂົນໜຶ່ງສ່ວນສິບມາ (ເນື່ອງຈາກບ່ອນທີ່ພຣະເຈົ້າຢາເວໄດ້ເລືອກເປັນບ່ອນສະຖາປະນານາມຂອງພຣະອົງນັ້ນຢູ່ໄກຫລາຍ),25ແລ້ວພວກເຈົ້າກໍຈົ່ງແລກປ່ຽນໜຶ່ງສ່ວນສິບຂອງພວກເຈົ້າມາເປັນເງິນແລ້ວນຳມາທີ່ບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກ.26ຈົ່ງໃຊ້ເງິນນັ້ນຊື້ສິ່ງໃດກໍໄດ້ທີ່ພວກເຈົ້າຕ້ອງການເຊັ່ນ: ງົວ, ແກະ, ເຫລົ້າອະງຸ່ນໃໝ່ ຫລື ເຄື່ອງດື່ມອື່ນໆທີ່ໄດ້ຈາກການໝັກ ຫລື ສິ່ງຂອງອື່ນໆທີ່ພວກເຈົ້າຕ້ອງການ. ແລ້ວພວກເຈົ້າ ແລະ ຄອບຄົວຈະພາກັນກິນດ້ວຍຄວາມຊື່ນຊົມຍິນດີຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.27ຢ່າລະເລີຍຊາວເລວີທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ, ເພາະພວກເຂົາບໍ່ໄດ້ຮັບສ່ວນແບ່ງອັນໃດ ຫລື ໄດ້ຮັບມໍລະດົກອັນໃດທີ່ເປັນຂອງພວກເຂົາເອງ.28ທຸກທ້າຍປີທີສາມຈົ່ງນຳເອົາໜຶ່ງສ່ວນສິບທັງໝົດຂອງຜົນລະປູກຂອງປີນັ້ນມາສະສົມໄວ້ໃນເມືອງຂອງພວກເຈົ້າ,29ເພື່ອວ່າຊາວເລວີ (ຜູ້ທີ່ບໍ່ໄດ້ຮັບສ່ວນແບ່ງ ຫລື ບໍ່ໄດ້ຮັບມໍລະດົກເປັນຂອງຕົນເອງ) ແລະ ຄົນຕ່າງດ້າວ, ລູກກຳພ້າພໍ່ ແລະ ແມ່ໝ້າຍທີ່ຢູ່ໃນເມືອງຂອງພວກເຈົ້າຈະໄດ້ກິນຢ່າງອີ່ມໜຳສຳລານ, ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນວຽກງານທຸກຢ່າງທີ່ພວກເຈົ້າເຮັດ.Biblica, Inc.