ກິດຈະການ17
ໃນເມືອງເທສະໂລນິກ
1ເມື່ອໂປໂລ ແລະ ຜູ້ຮ່ວມງານຂອງເພິ່ນໄດ້ຜ່ານເມືອງອຳຟີໂປລີ ແລະ ເມືອງອາໂປໂລນີແລ້ວ, ພວກເພິ່ນກໍມາເຖິງເມືອງເທສະໂລນິກ, ເຊິ່ງໃນທີ່ນັ້ນມີທຳມະສາລາຂອງຊາວຢິວ.2ໂປໂລໄດ້ເຂົ້າໄປໃນທຳມະສາລາຕາມທີ່ເພິ່ນເຄີຍປະຕິບັດມາ ແລະ ໃນວັນຊະບາໂຕທັງສາມອາທິດ ໂປໂລໄດ້ຍົກຂໍ້ພຣະຄຳພີຂຶ້ນມາຕອບໂຕ້ກັບພວກເຂົາ,3ໂດຍອະທິບາຍ ແລະ ພິສູດໃຫ້ເຫັນວ່າ, ພຣະຄຣິດເຈົ້າ ຕ້ອງທົນທຸກທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລກ່າວວ່າ, “ພຣະເຢຊູເຈົ້າຜູ້ທີ່ຂ້າພະເຈົ້າປະກາດແກ່ພວກເຈົ້ານີ້ຄືພຣະເມຊີອາ ”.4ຄົນຢິວບາງຄົນໄດ້ເຫັນດີນຳ ແລະ ເຂົ້າຮ່ວມກັບໂປໂລ ແລະ ຊີລາ ຕະຫລອດທັງຄົນກຣີກຜູ້ຢຳເກງພຣະເຈົ້າຈຳນວນຫລາຍ ແລະ ແມ່ຍິງຊົນຊັ້ນສູງຫລາຍຄົນ.5ແຕ່ພວກຢິວເກີດອິດສາຈຶ່ງລະດົມນັກເລງຕາມຕະຫລາດມາຕັ້ງກຸ່ມກັນ ກໍ່ຄວາມວຸ້ນວາຍຂຶ້ນໃນເມືອງ. ພວກເຂົາບຸກລຸກເຂົ້າໄປໃນເຮືອນຂອງຢາຊົນ ເພື່ອຄົ້ນຫາໂປໂລກັບຊີລາ ເພື່ອຈະນຳພວກເພິ່ນອອກມາໃຫ້ປະຊາຊົນ. 6ແຕ່ເມື່ອບໍ່ພົບ, ພວກເຂົາກໍລາກຢາຊົນກັບພວກພີ່ນ້ອງທີ່ເຊື່ອບາງຄົນໄປຫາເຈົ້າໜ້າທີ່ຂອງເມືອງ ແລະ ຮ້ອງຂຶ້ນວ່າ: “ຄົນເຫລົ່ານີ້ໄດ້ສ້າງບັນຫາມາທົ່ວໂລກແລ້ວ ບັດນີ້ໄດ້ມາບ່ອນນີ້,7ແລະ ຢາຊົນກໍໄດ້ຕ້ອນຮັບພວກເຂົາໄວ້ໃນເຮືອນຂອງຕົນ. ພວກເຂົາທັງໝົດໄດ້ທ້າທາຍຕໍ່ຄຳສັ່ງຂອງກາຍຊາ, ພວກເຂົາກ່າວວ່າ ມີກະສັດອີກອົງໜຶ່ງທີ່ເອີ້ນວ່າເຢຊູ”.8ເມື່ອປະຊາຊົນ ແລະ ເຈົ້າໜ້າທີ່ຂອງເມືອງໄດ້ຍິນດັ່ງນັ້ນແລ້ວກໍວຸ້ນວາຍຂຶ້ນ.9ຫລັງຈາກນັ້ນ ພວກເຂົາຈຶ່ງໃຫ້ຢາຊົນກັບຄົນທີ່ເຫລືອຈ່າຍຄ່າປະກັນໂຕແລ້ວປ່ອຍພວກເພິ່ນໄປ.ທີ່ເມືອງເບເຣຍ
10ພໍເຖິງກາງຄືນ ພວກພີ່ນ້ອງຜູ້ທີ່ເຊື່ອກໍສົ່ງໂປໂລກັບຊີລາໄປຍັງເມືອງເບເຣຍ. ເມື່ອພວກເພິ່ນມາຮອດກໍເຂົ້າໄປໃນທຳມະສາລາຂອງຊາວຢິວ.11ຄົນຢິວໃນເມືອງເບເຣຍມີຈິດໃຈດີງາມກວ່າຊາວເທສະໂລນິກ ເພາະພວກເຂົາໄດ້ຮັບຟັງຖ້ອຍຄຳດ້ວຍຄວາມກະຕືລືລົ້ນ ແລະ ສຶກສາພຣະຄຳພີທຸກວັນ ເພື່ອກວດເບິ່ງວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງ.12ຜົນກໍຄືມີຊາວຢິວຫລາຍຄົນໄດ້ເຊື່ອ ພ້ອມທັງພວກແມ່ຍິງຊົນຊັ້ນສູງຊາວກຣີກຈຳນວນໜຶ່ງ ແລະ ຜູ້ຊາຍຊາວກຣີກອີກຫລາຍຄົນ.13ເມື່ອພວກຢິວໃນເມືອງເທສະໂລນິກຮູ້ວ່າໂປໂລກຳລັງປະກາດພຣະຄຳຂອງພຣະເຈົ້າທີ່ເມືອງເບເຣຍ, ບາງຄົນໃນພວກເຂົາຈຶ່ງໄປທີ່ນັ້ນເໝືອນກັນ, ພວກເຂົາໄດ້ກໍ່ກວນ ແລະ ປັ່ນປ່ວນປະຊາຊົນ.14ພວກພີ່ນ້ອງທີ່ເຊື່ອຈຶ່ງສົ່ງໂປໂລໄປທີ່ແຄມທະເລທັນທີ, ສ່ວນຊີລາກັບຕີໂມທຽວຍັງຢູ່ທີ່ເມືອງເບເຣຍ.15ຄົນທີ່ຄຸ້ມກັນໂປໂລນັ້ນກໍໄປກັບພວກເພິ່ນໄປຍັງອາແຖນ ແລະ ຫລັງຈາກນັ້ນກໍຮັບຄຳສັ່ງຈາກເພິ່ນໃຫ້ບອກຊີລາກັບຕີໂມທຽວຕາໄປສົມທົບກັບເພິ່ນໄວສຸດເທົ່າທີ່ຈະໄວໄດ້.ໃນອາແຖນ
16ໃນຂະນະທີ່ໂປໂລລໍຖ້າຊີລາກັບຕີໂມທຽວຢູ່ໃນອາແຖນ, ເພິ່ນກໍທຸກໃຈຫລາຍທີ່ເຫັນເມືອງນີ້ເຕັມໄປດ້ວຍຮູບເຄົາລົບ.17ດັ່ງນັ້ນ ເພິ່ນຈຶ່ງຍົກເຫດຜົນມາໂຕ້ຕອບກັບທັງຄົນຢິວ ແລະ ຄົນກຣີກທີ່ຢຳເກງພຣະເຈົ້າໃນທຳມະສາລາ ແລະ ທຸກຄົນທີ່ເພິ່ນພົບຕາມຕະຫລາດໃນແຕ່ລະວັນ.18ມີນັກປັດຊະຍາຂອງພວກເອປີກູຣຽວ ແລະ ພວກຊະໂຕອິກກຸ່ມໜຶ່ງມາໂຕ້ຕອບກັບໂປໂລດ້ວຍ. ບາງຄົນໃນພວກເຂົາຖາມວ່າ, “ນັກເວົ້າຄົນນີ້ພະຍາຍາມຈະເວົ້າຫຍັງ?” ຄົນອື່ນໆເວົ້າວ່າ, “ເບິ່ງຄືລາວຈະນຳພະຕ່າງດ້າວມາເຜີຍແຜ່”. ທີ່ພວກເຂົາເວົ້າຢ່າງນີ້ກໍເພາະໂປໂລປະກາດຂ່າວປະເສີດເລື່ອງພຣະເຢຊູເຈົ້າ ແລະ ການເປັນຄືນມາຈາກຕາຍ.19ແລ້ວພວກເຂົາຈຶ່ງນຳເອົາໂປໂລມາທີ່ສະພາອາເຣໂອປາໂຂ, ບ່ອນທີ່ພວກເຂົາເວົ້າຕໍ່ເພິ່ນວ່າ, “ພວກເຮົາຂໍຮູ້ຄຳສອນໃໝ່ທີ່ເຈົ້າກຳລັງເວົ້າເຖິງນັ້ນໄດ້ບໍ່?20ເຈົ້ານຳເອົາຄວາມຄິດແປກໆເຂົ້າມາ ແລະ ພວກເຮົາຢາກຮູ້ວ່າສິ່ງເຫລົ່ານີ້ມີຄວາມໝາຍວ່າຢ່າງໃດ”.21(ຊາວອາແຖນ ແລະ ຊາວຕ່າງດ້າວທັງໝົດທີ່ອາໄສຢູ່ທີ່ນັ້ນແຕ່ລະວັນບໍ່ໄດ້ເຮັດຫຍັງນອກຈາກໂອ້ລົມ ແລະ ຮັບຟັງຄວາມຄິດໃໝ່ໆ.)22ໂປໂລຈຶ່ງຢືນຂຶ້ນຕໍ່ໜ້າທີ່ປະຊຸມສະພາອາເຣໂອປາໂຂ ແລ້ວກ່າວວ່າ: “ຊາວອາແຖນທັງຫລາຍທີ່ນັບຖື! ຂ້າພະເຈົ້າເຫັນວ່າພວກທ່ານທັງຫລາຍເປັນຜູ້ເຄັ່ງຄັດສາສະໜາຫລາຍໃນທຸກດ້ານ.23ເພາະຂະນະທີ່ຂ້າພະເຈົ້າໄດ້ຍ່າງໄປທົ່ວ ແລະ ໄດ້ສັງເກດເບິ່ງສິ່ງທີ່ພວກທ່ານນະມັດສະການ, ຂ້າພະເຈົ້າເຫັນແທ່ນບູຊາແທ່ນໜຶ່ງທີ່ມີຄຳຈາລຶກໄວ້ວ່າ:‘ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ’.
ເພາະພວກທ່ານບໍ່ວ່າພວກທ່ານນະມັດສະການຫຍັງຢູ່ ແລະ ນີ້ແມ່ນສິ່ງທີ່ຂ້າພະເຈົ້າກຳລັງຈະປະກາດແກ່ພວກທ່ານ.24“ພຣະເຈົ້າຜູ້ໄດ້ສ້າງໂລກ ແລະ ສິ່ງທັງປວງໃນໂລກ ຄືອົງພຣະຜູ້ເປັນເຈົ້າເໜືອສະຫວັນ ແລະ ແຜ່ນດິນໂລກ, ພຣະອົງບໍ່ໄດ້ອາໄສຢູ່ໃນວິຫານທີ່ສ້າງຂຶ້ນດ້ວຍມືມະນຸດ.25ແລະ ພຣະອົງບໍ່ໄດ້ເພິ່ງພາການບົວລະບັດຈາກມືມະນຸດເໝືອນວ່າພຣະອົງຕ້ອງການສິ່ງໃດສິ່ງໜຶ່ງ. ເພາະວ່າພຣະອົງເອງທີ່ເປັນຜູ້ໃຫ້ຊີວິດ, ລົມຫາຍໃຈ ແລະ ສັບພະທຸກສິ່ງແກ່ມະນຸດ.26ຈາກມະນຸດພຽງຄົນດຽວ ພຣະເຈົ້າໄດ້ສ້າງມະນຸດທຸກຊົນຊາດ ໃຫ້ພວກເຂົາອາໄສຢູ່ທົ່ວໂລກ, ພຣະອົງກຳນົດເວລາໃນປະຫວັດສາດ ແລະ ເຂດແດນທີ່ພວກເຂົາຄວນຈະຢູ່.27ພຣະເຈົ້າເຮັດຢ່າງນີ້ກໍເພື່ອມະນຸດຈະໄດ້ສະແຫວງຫາພຣະອົງ ແລະ ເພື່ອວ່າພວກເຂົາຈະໄດ້ຊອກຫາພຣະອົງ ແລະ ພົບພຣະອົງ, ເຖິງວ່າພຣະອົງບໍ່ໄດ້ຢູ່ໄກຈາກພວກເຮົາທຸກຄົນເລີຍ.28‘ເພາະວ່າໃນພຣະອົງນັ້ນ ພວກເຮົາມີຊີວິດເຄື່ອນໄຫວໄປມາ ແລະ ເປັນຢູ່’ ດັ່ງທີ່ນັກແຕ່ງກາບກອນຂອງພວກທ່ານບາງຄົນເວົ້າວ່າ, ‘ພວກເຮົາເປັນເຊື້ອສາຍຂອງພຣະອົງ’.29“ເຫດສະນັ້ນ ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຄິດວ່າພຣະເຈົ້າເປັນຄຳ, ເປັນເງິນ ຫລື ເປັນຫີນ ເປັນຮູບປັ້ນທີ່ມະນຸດອອກແບບ ແລະ ສ້າງຂຶ້ນ.30ໃນອະດີດພຣະເຈົ້າເບິ່ງຂ້າມຄວາມໂງ່ເຊັ່ນນັ້ນ ແຕ່ບັດນີ້ ພຣະອົງໄດ້ສັ່ງມະນຸດທຸກຄົນໃນທົ່ວທຸກບ່ອນໃຫ້ຖິ້ມໃຈເກົ່າເອົາໃຈໃໝ່.31ເພາະພຣະອົງໄດ້ກຳນົດວັນໜຶ່ງທີ່ພຣະອົງຈະພິພາກສາໂລກດ້ວຍຄວາມຍຸຕິທຳໂດຍຊາຍຜູ້ໜຶ່ງທີ່ໄດ້ພຣະອົງໄດ້ແຕ່ງຕັ້ງໄວ້. ພຣະອົງໄດ້ພິສູດສິ່ງນີ້ແກ່ທຸກຄົນເຫັນ ໂດຍໃຫ້ຊາຍຜູ້ນີ້ເປັນຄືນມາຈາກຕາຍ”.32ເມື່ອພວກເຂົາໄດ້ຍິນເລື່ອງການເປັນຄືນມາຈາກຕາຍ, ບາງຄົນໃນພວກເຂົາກໍຫົວເຢາະເຢີ້ຍ, ແຕ່ຄົນອື່ນໆກໍເວົ້າວ່າ, “ພວກເຮົາຢາກຟັງເຈົ້າເວົ້າເຖິງເລື່ອງນີ້ອີກ”.33ແລ້ວໂປໂລກໍອອກໄປຈາກສະພາ.34ມີບາງຄົນໄດ້ຕິດຕາມໂປໂລ ແລະ ໄດ້ຮັບເຊື່ອ. ທ່າມກາງຄົນເຫລົ່ານັ້ນມີດັ່ງນີ້, ດີໂອນີຊີໂອ ຜູ້ເປັນສະມາຊິກຄົນໜຶ່ງຂອງສະພາອາເຣໂອປາໂຂ, ແມ່ຍິງຄົນໜຶ່ງຊື່ດາມາຣີ ແລະ ຄົນອື່ນອີກຈຳນວນໜຶ່ງ.
Biblica, Inc.