2 ເປໂຕ2
ພວກຄູສອນປອມ ແລະ ຄວາມຈິບຫາຍຂອງພວກເຂົາ
1ແຕ່ກໍມີພວກຜູ້ທຳນວາຍປອມໃນທ່າມກາງປະຊາຊົນ ເຊັ່ນດຽວກັບທີ່ມີຄູສອນປອມໃນທ່າມກາງພວກເຈົ້າເໝືອນກັນ. ພວກເຂົາຈະລັກນຳເອົາຄຳສອນຜິດທີ່ເຮັດໃຫ້ເສຍຫາຍເຂົ້າມາ, ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າອົງເຈົ້ານາຍຜູ້ໄດ້ໄຖ່ພວກເຂົາ. ເຊິ່ງການກະທຳຢ່າງນີ້ຈະນຳຄວາມຈິບຫາຍມາເຖິງພວກເຂົາເອງຢ່າງໄວວາ.2ຈະມີຫລາຍຄົນປະຕິບັດຕາມການປະພຶດຊົ່ວຮ້າຍຂອງພວກເຂົາ ແລະ ຈະນຳທາງແຫ່ງຄວາມຈິງໄປສູ່ຄວາມເສື່ອມເສຍ.3ດ້ວຍຄວາມໂລບຂອງພວກເຂົານັ້ນ ພວກຄູສອນເຫລົ່ານີ້ຈະແຕ່ງເລື່ອງຕ່າງໆຂຶ້ນມາເພື່ອຂູດຮີດພວກເຈົ້າ. ຄຳພິພາກສາລົງໂທດຂອງພວກເຂົາກໍຖືກຫ້ອຍຢູ່ເທິງພວກເຂົາດົນນານມາແລ້ວ ແລະ ຄວາມຈິບຫາຍຂອງພວກເຂົາກໍບໍ່ໄດ້ຫລັບຢູ່.4ເພາະຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນບັນດາເທວະດາທີ່ໄດ້ເຮັດບາບ, ແຕ່ໄດ້ສົ່ງພວກເຂົາລົງໄປສູ່ນະລົກ, ລ່າມໂສ້ພວກເຂົາຂັງໄວ້ໃນບ່ອນມືດ ເພື່ອລໍຖ້າການພິພາກສາ.5ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນໂລກໃນສະໄໝບູຮານເມື່ອພຣະອົງໄດ້ໃຫ້ນ້ຳຖ້ວມຄົນອະທຳທີ່ຢູ່ໃນໂລກ, ແຕ່ໄດ້ປົກປ້ອງໂນອາຜູ້ປະກາດຄວາມຊອບທຳ ແລະ ຄົນອື່ນໆອີກເຈັດຄົນ.6ຖ້າພຣະເຈົ້າໄດ້ລົງໂທດເມືອງໂຊໂດມ ແລະ ເມືອງໂກໂມຣາໂດຍເຜົາໃຫ້ເປັນຂີ້ເຖົ່າ ເພື່ອເປັນຕົວຢ່າງໃນສິ່ງທີ່ຈະເກີດຂຶ້ນແກ່ຄົນອະທຳ.7ແລະ ຖ້າພຣະອົງໄດ້ກອບກູ້ເອົາໂລດຜູ້ຊອບທຳ, ຜູ້ມີຄວາມທຸກໃຈເພາະການກະທຳທີ່ຂາດສິນທຳຂອງຄົນໄຮ້ສິນທຳເຫລົ່ານັ້ນ.8(ເພາະເມື່ອຄົນຊອບທຳຜູ້ນີ້ດຳເນີນຊີວິດຢູ່ໃນທ່າມກາງພວກເຂົາໃນແຕ່ລະວັນ, ຈິດວິນຍານອັນຊອບທຳຂອງເພິ່ນກໍທຸກທໍລະມານເພາະໄດ້ເຫັນ ແລະ ໄດ້ຍິນການກະທຳທີ່ຜິດສິນທຳນັ້ນ).9ຖ້າເປັນດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຍ່ອມຮູ້ຈັກວິທີວ່າຈະກອບກູ້ເອົາຄົນຊອບທຳໃຫ້ລອດພົ້ນຈາກການທົດລອງໄດ້ຢ່າງໃດ ແລະ ຮັກສາຄົນອະທຳໄວ້ເພື່ອລໍຖ້າວັນພິພາກສາ. 10ໂດຍສະເພາະຈະລົງໂທດຄົນເຫລົ່ານັ້ນທີ່ປ່ອຍໂຕໄປຕາມຄວາມປາຖະໜາຂອງເນື້ອໜັງ ແລະ ດູຖູກຜູ້ມີອຳນາດ.ຄູສອນປອມເຫລົ່ານີ້ກ້າຫານ ແລະ ຈອງຫອງ, ພວກເຂົາຫຸ້ມດ່າເທວະດາເບື້ອງເທິງໂດຍບໍ່ໄດ້ຢ້ານກົວ.11ແມ່ນແຕ່ພວກເທວະດາຜູ້ທີ່ມີກຳລັງເຂັ້ມແຂງກວ່າ ແລະ ມີລິດອຳນາດຫລາຍກວ່າ ກໍຍັງບໍ່ໄດ້ຫຸ້ມດ່າເທວະດາເຫລົ່ານີ້ເມື່ອເວລານຳເອົາການຕັດສິນຈາກ ອົງພຣະຜູ້ເປັນເຈົ້າມາເຖິງພວກເຂົາ.12ແຕ່ຄົນເຫລົ່ານີ້ໝິ່ນປະໝາດໃນສິ່ງທີ່ຕົນບໍ່ເຂົ້າໃຈ. ພວກເຂົາເປັນເໝືອນສັດທີ່ບໍ່ມີເຫດຜົນເຮັດຕາມສັນຊາດຕະຍານ, ເກີດມາພຽງເພື່ອຖືກຈັບ ແລະ ຖືກທຳລາຍເທົ່ານັ້ນ. ແລະ ພວກເຂົາຈະຕ້ອງຈິບຫາຍໄປເໝືອນກັບສັດຢ່າງແນ່ນອນ.13ພວກເຂົາຈະໄດ້ຮັບການຕອບແທນດ້ວຍຄວາມຊົ່ວຮ້າຍສຳລັບສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ. ພວກເຂົາຖືວ່າການດື່ມເຫລົ້າໃນເວລາກາງເວັນເປັນຄວາມສະໜຸກສະໜານ. ພວກເຂົາເປັນຮອຍເປື້ອນ ແລະ ຮອຍຕຳໜິ, ພວກເຂົາຫາແຕ່ຄວາມສະໜຸກສະໜານໃສ່ຕົນຂະນະທີ່ກຳລັງກິນລ້ຽງຮ່ວມກັບພວກເຈົ້າ. 14ຕາຂອງພວກເຂົາເຕັມໄປດ້ວຍການຫລິ້ນຊູ້, ພວກເຂົາບໍ່ເຄີຍຢຸດເຮັດບາບ, ພວກເຂົາລໍ້ລວງຄົນທີ່ບໍ່ໜັກແໜ້ນ, ພວກເຂົາມີຄວາມຊຳນານໃນຄວາມໂລບ ແລະ ພວກເຂົາຄືເຜົ່າພັນທີ່ຖືກສາບແຊ່ງ.15ພວກເຂົາປະຖິ້ມທາງທີ່ຊື່ ແລະ ຫລົງໄປຕາມທາງຂອງບາລາອາມລູກຂອງເບອໍ ຜູ້ທີ່ມັກຄ່າຈ້າງຂອງຄວາມຊົ່ວຮ້າຍ.16ແຕ່ບາລາອາມໄດ້ຖືກສັ່ງຫ້າມເນື່ອງຈາກການກະທຳທີ່ຜິດຂອງຕົນໂດຍໂຕລໍ ເຊິ່ງເປັນສັດທີ່ເວົ້າບໍ່ໄດ້ແຕ່ເວົ້າອອກມາເປັນສຽງມະນຸດ ແລະ ໄດ້ລະງັບຄວາມບ້າຂອງຜູ້ທຳນວາຍນັ້ນ.17ຄົນເຫລົ່ານີ້ເປັນນໍ້າພຸທີ່ບໍ່ມີນ້ຳ ແລະ ເປັນໝອກທີ່ຖືກພະຍຸພັດໄປ. ຄວາມມືດທີ່ສຸດກໍສະຫງວນໄວ້ສຳລັບພວກເຂົາ.18ເພາະພວກເຂົາເວົ້າລ້າໆ, ເວົ້າຄຳໂອ້ອວດ ແລະ ໃຊ້ຄວາມປາຖະໜາຂອງເນື້ອໜັງດຶງດູດຄົນທັງຫລາຍທີ່ຫາກໍໜີພົ້ນຈາກບັນດາຜູ້ທີ່ດຳເນີນຊີວິດໃນທາງທີ່ຜິດ.19ພວກເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນເປັນອິດສະຫລະໃນຂະນະທີ່ພວກເຂົາເອງກໍຍັງເປັນຂ້າທາດຂອງຄວາມເສື່ອມໂຊມຢູ່ ເພາະວ່າ “ຄົນເຮົາຖືກສິ່ງໃດຄອບງຳກໍເປັນຂ້າທາດຂອງສິ່ງນັ້ນ”.20ຖ້າພວກເຂົາໄດ້ໜີພົ້ນຈາກມົນທິນຂອງໂລກມາແລ້ວໂດຍການຮູ້ຈັກກັບອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລ້ວຍັງກັບຄືນໄປພົວພັນ ແລະ ພ່າຍແພ້ກັບສິ່ງນັ້ນຢູ່ ບັ້ນປາຍຂອງພວກເຂົາກໍກັບຊົ່ວຮ້າຍຍິ່ງກວ່າບັ້ນຕົ້ນ.21ເພາະຖ້າພວກເຂົາບໍ່ຮູ້ຈັກທາງແຫ່ງຄວາມຊອບທຳນັ້ນກໍຍັງດີກວ່າໄດ້ຮູ້ຈັກແລ້ວຫັນຫລັງໃຫ້ກັບກົດບັນຍັດອັນສັກສິດ ເຊິ່ງສືບທອດມາເຖິງພວກເຂົາ.22ພວກເຂົາກໍເປັນຈິງຕາມສຸພາສິດທີ່ວ່າ: “ໝາກໍກັບຄືນໄປຫາສິ່ງທີ່ມັນຮາກອອກມາ” ແລະ “ໝູທີ່ລ້າງແລ້ວກໍກັບໄປກິ້ງເກືອກໃນຂີ້ຕົມ”.
Biblica, Inc.