2 ກະສັດ18
ກະສັດເຮເຊກີຢາແຫ່ງຢູດາຍ
1ເຮເຊກີຢາລູກຊາຍຂອງກະສັດອາຮາດແຫ່ງຢູດາຍໄດ້ຂຶ້ນປົກຄອງ ກົງກັບປີທີສາມຂອງຊ່ວງການປົກຄອງຂອງກະສັດໂຮເຊອາລູກຊາຍຂອງເອລາແຫ່ງອິດສະຣາເອນ.2ເພິ່ນຂຶ້ນເປັນກະສັດເມື່ອເພິ່ນມີອາຍຸ 25 ປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມ 29 ປີ. ແມ່ຂອງເພິ່ນມີຊື່ວ່າອາບີຢາ ເປັນລູກສາວຂອງເຊກາຣີຢາ.3ເຮເຊກີຢາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວເໝືອນທີ່ດາວິດບັນພະບຸລຸດຂອງເພິ່ນໄດ້ເຮັດ.4ເພິ່ນໄດ້ມ້າງສະຖານບູຊາເທິງທີ່ສູງທັງຫລາຍ, ທຸບຫີນສັກສິດ ແລະ ເສົາເຈົ້າແມ່ອາເຊຣາ. ເພິ່ນໄດ້ທຳລາຍງູທອງສຳລິດທີ່ໂມເຊໄດ້ສ້າງຂຶ້ນ, ເພາະວ່າຊົນຊາດອິດສະຣາເອນໄດ້ເຜົາເຄື່ອງຫອມຖວາຍຮູບງູນັ້ນຕະຫລອດມາ. (ງູນັ້ນເອີ້ນວ່າ ເນຮູຊະຕານ ).5ເຮເຊກີຢາໄດ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ. ໃນທ່າມກາງກະສັດທັງໝົດຂອງຢູດາຍນັ້ນບໍ່ມີກະສັດຄົນໃດຄືກັບເພິ່ນ ບໍ່ວ່າຜູ້ທີ່ປົກຄອງກ່ອນເພິ່ນ ຫລື ຫລັງຈາກເພິ່ນ.6ເພິ່ນໄດ້ຢຶດໝັ້ນ ແລະ ຕິດຕາມພຣະເຈົ້າຢາເວຢ່າງເຂັ້ມງວດ ແລະ ເພິ່ນໄດ້ປະຕິບັດຕາມຄຳສັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.7ແລະ ພຣະເຈົ້າຢາເວໄດ້ຢູ່ກັບເຮເຊກີຢາ; ເພິ່ນເຮັດສິ່ງໃດເພິ່ນກໍປະສົບຄວາມສຳເລັດ. ເຮເຊກີຢາຕໍ່ຕ້ານກະສັດອັດຊີເຣຍ ແລະ ບໍ່ຍອມຮັບໃຊ້ກະສັດອັດຊີເຣຍ.8ເພິ່ນໄດ້ຢຶດຄອງຊາວຟີລິດສະຕິນໄປໄກຈົນເຖິງເມືອງກາຊາ ແລະ ດິນແດນອ້ອມຂ້າງ ທຳລາຍຕັ້ງແຕ່ຫໍຄອຍຈົນເຖິງເມືອງປ້ອມປ້ອງກັນ.9ໃນປີທີສີ່ແຫ່ງການປົກຄອງຂອງກະສັດເຮເຊກີຢາ ເຊິ່ງກົງກັບປີທີເຈັດຂອງການປົກຄອງຂອງກະສັດໂຮເຊອາລູກຊາຍຂອງເອລາແຫ່ງອິດສະຣາເອນ, ກະສັດຊານມາເນເຊແຫ່ງອັດຊີເຣຍໄດ້ຍົກທັບມາບຸກອິດສະຣາເອນ ແລະ ປິດລ້ອມເມືອງຊາມາເຣຍໄວ້.10ຈົນເຖິງປາຍປີທີສາມ ເມືອງຊາມາເຣຍກໍແຕກ ເຊິ່ງກົງກັບປີທີຫົກຂອງການປົກຄອງຂອງເຮເຊກີຢາ ຫລື ປີທີເກົ້າຂອງການປົກຄອງຂອງໂຮເຊອາແຫ່ງອິດສະຣາເອນ.11ກະສັດອັດຊີເຣຍໄດ້ກວາດຕ້ອນຄົນອິດສະຣາເອນໄປທີ່ອັດຊີເຣຍ ແລະ ໃຫ້ພວກເຂົາຕັ້ງຖິ່ນຖານຢູ່ໃນເມືອງຮາລາ, ເມືອງໂກຊານ ບໍລິເວນແຄມຝັ່ງແມ່ນ້ຳຮາໂບ ແລະ ຕາມເມືອງຕ່າງໆຂອງເມເດຍ.12ທີ່ເປັນເຊັ່ນນີ້ກໍເພາະຊົນຊາດອິດສະຣາເອນບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ແຕ່ໄດ້ລ່ວງລະເມີດຄຳໝັ້ນສັນຍາທັງໝົດຂອງພຣະອົງ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້. ພວກເຂົາບໍ່ຍອມຟັງ ແລະ ບໍ່ປະຕິບັດຕາມຄຳສັ່ງເຫລົ່ານັ້ນ.13ໃນປີທີສິບສີ່ຂອງການປົກຄອງຂອງກະສັດເຮເຊກີຢາ ກະສັດເຊັນນາເກຣິບປຸ້ນແຫ່ງອັດຊີເຣຍໄດ້ມາໂຈມຕີ ແລະ ຢຶດເມືອງປ້ອມປ້ອງກັນທັງຫລາຍຂອງຢູດາຍໄປ.14ດັ່ງນັ້ນ ກະສັດເຮເຊກີຢາແຫ່ງຢູດາຍຈຶ່ງໄດ້ສົ່ງຂໍ້ຄວາມໄປຫາກະສັດອັກຊີເຣຍຢູ່ທີ່ລາກິດວ່າ, “ຂ້າພະເຈົ້າເຮັດຜິດໄປແລ້ວ. ຂ້າພະເຈົ້າຈະຍອມເສຍເຄື່ອງຖວາຍທຸກຢ່າງຕາມທີ່ທ່ານຮຽກຮ້ອງເອົາຈາກຂ້າພະເຈົ້າ, ຂໍພຽງແຕ່ທ່ານຖອນກຳລັງກັບໄປຈາກຂ້າພະເຈົ້າ”. ກະສັດອັດຊີເຣຍຈຶ່ງຮຽກຮ້ອງເອົາຈາກກະສັດເຮເຊກີຢາແຫ່ງອັດຊີເຣຍຕາມນັ້ນ ເປັນເງິນ 300 ຕາລັນຕົນ ແລະ ຄຳ 30 ຕາລັນຕົນ. 15ດັ່ງນັ້ນ ເຮເຊກີຢາຈຶ່ງໄດ້ມອບເງິນທັງໝົດທີ່ມີຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ໃນຄັງຫລວງໃຫ້ເຊນນາເກຣິບ.16ໃນເວລານັ້ນກະສັດເຮເຊກີຢາແຫ່ງຢູດາຍໄດ້ລອກຄຳທີ່ຫຸ້ມປະຕູ ແລະ ເສົາປະຕູຂອງວິຫານຂອງພຣະເຈົ້າຢາເວໄປມອບໃຫ້ກະສັດອັດຊີເຣຍ.ເຊັນນາເກຣິບຂົ່ມຂູ່ເຢຣູຊາເລັມ
17ຝ່າຍກະສັດອັດຊີເຣຍໄດ້ສົ່ງແມ່ທັບໃຫຍ່ຂອງເພິ່ນ, ເສນາບໍດີ ແລະ ແມ່ທັບຈາກລາກິດມາຫາກະສັດເຮເຊກີຢາທີ່ເຢຣູຊາເລັມ. ພວກເຂົາມາເຖິງເຢຣູຊາເລັມ ແລະ ຢຸດຢູ່ທີ່ທາງລະບາຍນ້ຳຂອງສະນ້ຳເທິງ ເຊິ່ງເປັນເສັ້ນທາງໄປສູ່ເດີ່ນຊັກລ້າງ.18ຄົນເຫລົ່ານີ້ໄດ້ຮຽກຮ້ອງໃຫ້ກະສັດອອກມາ ແລ້ວເອລີອາກິມ ລູກຊາຍຂອງຮິນກີຢາ ຜູ້ເປັນຜູ້ຈັດການດູແລວັງ, ເຊັບນາຜູ້ເປັນເລຂາ ແລະ ໂຢອາ ລູກຊາຍຂອງອາສັບຜູ້ບັນທຶກ ກໍໄດ້ອອກໄປພົບພວກເຂົາ.19ນາຍທະຫານຜູ້ຍິ່ງໃຫຍ່ໄດ້ເວົ້າກັບພວກເຂົາວ່າ, “ຈົ່ງໄປບອກເຮເຊກີຢາວ່າ:“ ‘ກະສັດແຫ່ງອັດຊີເຣຍ ກະສັດຜູ້ຍິ່ງໃຫຍ່ໄດ້ກ່າວດັ່ງນີ້ວ່າ: ເຈົ້າເພິ່ງພາສິ່ງໃດຈຶ່ງກ້າໝັ້ນໃຈປານນີ້?20ທ່ານເວົ້າວ່າທ່ານມີຍຸດທະສາດ ແລະ ລິດອຳນາດ ແຕ່ນັ້ນກໍເປັນພຽງແຕ່ຄຳເວົ້າ ທ່ານເພິ່ງພາຜູ້ໃດຈຶ່ງກ້າກະບົດຕໍ່ຂ້າພະເຈົ້າ?21ເບິ່ງແມ, ຂ້າພະເຈົ້າຮູ້ວ່າທ່ານເພິ່ງພາເອຢິບ, ເຊິ່ງເປັນເໝືອນໄມ້ຄ້ອນເທົ້າທີ່ເຮັດຈາກຕົ້ນອໍ້ທີ່ຫັກ ຜູ້ໃດທີ່ເອື່ອຍໃສ່ມັນກໍຖືກສ້ຽນຕຳເຈັບມື! ຜູ້ໃດທີ່ເພິ່ງພາກະສັດຟາໂຣແຫ່ງເອຢິບກໍເປັນແບບນີ້.22ແລະ ຖ້າທ່ານເວົ້າກັບຂ້າພະເຈົ້າວ່າ, “ພວກເຮົາກຳລັງເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ” ກໍແມ່ນພຣະເຈົ້າອົງນີ້ບໍ່ແມ່ນບໍທີ່ເຮເຊກີຢາໄດ້ທຳລາຍແທ່ນບູຊາກັບສະຖານບູຊາເທິງທີ່ສູງທັງຫລາຍ ແລະ ກ່າວກັບຊາວຢູດາຍ ແລະ ເຢຣູຊາເລັມວ່າ, “ພວກເຈົ້າຈະຕ້ອງນະມັດສະການຢູ່ທີ່ແທ່ນບູຊານີ້ໃນເຢຣູຊາເລັມເທົ່ານັ້ນ?”23“ ‘ມາ, ມາຕໍ່ລອງກັບກະສັດອັດຊີເຣຍນາຍຂອງຂ້າພະເຈົ້າວ່າ: ຂ້າພະເຈົ້າຈະໃຫ້ມ້າສອງພັນໂຕແກ່ທ່ານ ຖ້າທ່ານຫາຄົນຂີ່ມ້າມາໄດ້!24ເຮັດແນວໃດພວກເຈົ້າຈະຕໍ່ສູ້ກັບຜູ້ປົກຄອງທີ່ນ້ອຍທີ່ສຸດຄົນໜຶ່ງຂອງນາຍເຮົາໄດ້, ເຖິງແມ່ນວ່າພວກເຈົ້າເພິ່ງພາລົດມ້າ ແລະ ມ້າຈາກເອຢິບກໍຕາມ?25ຫລາຍກວ່ານັ້ນ ທ່ານຄິດວ່າຂ້າພະເຈົ້າມາໂຈມຕີ ແລະ ທຳລາຍບ່ອນນີ້ໂດຍບໍ່ມີຄຳສັ່ງຈາກພຣະເຈົ້າຢາເວບໍ? ພຣະເຈົ້າຢາເວເອງທີ່ບອກໃຫ້ຂ້າພະເຈົ້າຍົກທັບມາໂຈມຕີ ແລະ ທຳລາຍດິນແດນນີ້’ ”.26ແລ້ວເອລີອາກິມລູກຊາຍຂອງຮິນກີຢາ, ເຊັບນາ ແລະ ໂຢອາກໍເວົ້າກັບນາຍທະຫານນັ້ນວ່າ “ກະລຸນາເວົ້າກັບຜູ້ຮັບໃຊ້ຂອງທ່ານເປັນພາສາອາຣາມິກ ເພາະພວກເຮົາຟັງເຂົ້າໃຈ. ຢ່າເວົ້າກັບພວກເຮົາເປັນພາສາເຮັບເຣີເລີຍ ຄົນທັງຫລາຍທີ່ຢູ່ເທິງກຳແພງຈະໄດ້ຍິນ”.27ແຕ່ນາຍທະຫານນັ້ນຕອບວ່າ “ນາຍເຮົາໃຊ້ເຮົາມາເວົ້າກັບເຈົ້າ ແລະ ນາຍຂອງເຈົ້າເທົ່ານັ້ນບໍ? ບໍ່ແມ່ນກັບພວກທີ່ນັ່ງຢູ່ເທິງກຳແພງນຳບໍ? ພວກນັ້ນກໍເໝືອນເຈົ້າ ຈະຕ້ອງກິນອາຈົມ ແລະ ດື່ມຍ່ຽວຂອງໂຕເອງ”.28ແລ້ວນາຍທະຫານອັດຊີເຣຍກໍຢືນຂຶ້ນ ແລະ ຮ້ອງບອກເປັນພາສາເຮັບເຣີວ່າ “ຈົ່ງຟັງຖ້ອຍຄຳຂອງກະສັດຜູ້ຍິ່ງໃຫຍ່ ຄືກະສັດແຫ່ງອັດຊີເຣຍ!29ກະສັດກ່າວດັ່ງນີ້ວ່າ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກເຈົ້າ ລາວຊ່ວຍກູ້ພວກເຈົ້າໃຫ້ພົ້ນຈາກມືຂອງເຮົາບໍ່ໄດ້.30ຢ່າປ່ອຍໃຫ້ເຮເຊກີຢາຊັກຈູງໃຈພວກເຈົ້າໃຫ້ວາງໃຈໃນພຣະເຈົ້າຢາເວ, ຢ່າເຊື່ອເມື່ອລາວບອກວ່າ ‘ພຣະເຈົ້າຢາເວຈະຊ່ວຍກູ້ພວກເຮົາແນ່ນອນ; ເມືອງນີ້ຈະບໍ່ຕົກຢູ່ໃນກຳມືຂອງກະສັດອັດຊີເຣຍ’.31“ຢ່າໄປຟັງເຮເຊກີຢາ. ກະສັດອັດຊີເຣຍກ່າວດັ່ງນີ້ວ່າ ໃຫ້ຈົງຮັກພັກດີຕໍ່ເຮົາ ແລະ ອອກມາຫາເຮົາ. ແລ້ວພວກເຈົ້າທຸກຄົນຈະໄດ້ກິນໝາກອະງຸ່ນ ແລະ ໝາກເດື່ອຈາກສວນຂອງຕົນ ແລະ ດື່ມນ້ຳຈາກບໍ່ຂອງຕົນ.32ຈົນກວ່າເຮົາຈະມາພາພວກເຈົ້າໄປດິນແດນໜຶ່ງທີ່ຄືກັນກັບດິນແດນຂອງພວກເຈົ້າເອງ ເປັນດິນແດນທີ່ມີເມັດເຂົ້າ, ເຫລົ້າອະງຸ່ນໃໝ່, ເຂົ້າຈີ່, ສວນອະງຸ່ນ, ຕົ້ນໝາກກອກ ແລະ ນ້ຳເຜິ້ງຢ່າງອຸດົມສົມບູນ. ຈົ່ງເລືອກທີ່ຈະຢູ່ດີກວ່າຕາຍ!
“ຢ່າຟັງເຮເຊກີຢາ, ພາະລາວກຳລັງຫລອກລວງເຈົ້າໃຫ້ຫລົງຜິດ ເມື່ອລາວກ່າວວ່າ ‘ພຣະເຈົ້າຢາເວຈະຊ່ວຍກອບກູ້ພວກເຮົາ’.33ມີພະຂອງຊາດໃດແດ່ທີ່ກອບກູ້ດິນແດນຂອງຕົນໃຫ້ພົ້ນຈາກກຳມືຂອງກະສັດອັດຊີເຣຍໄດ້?34ບັນດາເທບພະເຈົ້າແຫ່ງຮາມັດ ແລະ ອັກປັດຢູ່ໃສ? ບັນດາເທບພະເຈົ້າແຫ່ງເສຟາກວາອິມ, ເຮນາ ແລະ ອີວາຢູ່ໃສ? ພະເຫລົ່ານັ້ນຊ່ວຍຊາມາເຣຍໃຫ້ພົ້ນຈາກກຳມືຂອງເຮົາໄດ້ບໍ?35ມີເທບພະເຈົ້າຕົນໃດໃນຊົນຊາດເຫລົ່ານີ້ທີ່ສາມາດຊ່ວຍດິນແດນຂອງຕົນໃຫ້ລອດພົ້ນຈາກເຮົາໄດ້? ແລ້ວພຣະເຈົ້າຢາເວຈະສາມາດຊ່ວຍກອບກູ້ເຢຣູຊາເລັມຈາກກຳມືຂອງເຮົາໄດ້ບໍ?”36ແຕ່ປະຊາຊົນມິດງຽບ ແລະ ບໍ່ເວົ້າຫຍັງຈັກຄຳ ເພາະກະສັດໄດ້ສັ່ງວ່າ “ຢ່າຕອບລາວ”.37ແລ້ວເອລີອາກິມຜູ້ຈັດການເບິ່ງແຍງວັງ ເຊິ່ງເປັນລູກຊາຍຂອງຮິນກີຢາ, ເຊັບນາຜູ້ເປັນເລຂາ ແລະ ໂຢອາຜູ້ຈົດບັນທຶກ ເຊິ່ງເປັນລູກຊາຍຂອງອາສັບຈຶ່ງກັບໄປພົບເຮເຊກີຢາດ້ວຍເຄື່ອງນຸ່ງທີ່ຈີກຂາດ ແລະ ບອກລາວຕາມທີ່ນາຍທະຫານອັດຊີເຣຍໄດ້ກ່າວໄວ້.
Biblica, Inc.