2 ໂກຣິນໂທ8
ການຖວາຍເພື່ອຊ່ວຍເຫລືອບັນດາຄົນຂອງອົງພຣະຜູ້ເປັນເຈົ້າ
1ແລະ ບັດນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ເຖິງພຣະຄຸນທີ່ພຣະເຈົ້າໄດ້ໃຫ້ແກ່ບັນດາຄຣິສຕະຈັກໃນແຂວງມາເກໂດເນຍ.2ໃນທ່າມກາງການທົດລອງຢ່າງໜັກໜ່ວງທີ່ສຸດ ຄວາມຊື່ນຊົມຍິນດີອັນເຫລືອລົ້ນ ແລະ ຄວາມຍາກຈົນທີ່ສຸດຂອງພວກເຂົານັ້ນກໍລົ້ນອອກເປັນຄວາມຮັ່ງມີໃນຄວາມເອື້ອເຟື້ອເຜື່ອແຜ່.3ເພາະເຮົາເປັນພະຍານໄດ້ວ່າ ພວກເຂົາໄດ້ຖວາຍຫລາຍກວ່າທີ່ພວກເຂົາສາມາດເຮັດໄດ້ ແລະ ແມ່ນແຕ່ເກີນຄວາມສາມາດຂອງພວກເຂົາ. ດ້ວຍຄວາມສະໝັກໃຈຂອງພວກເຂົາເອງ,4ພວກເຂົາໄດ້ອ້ອນວອນຂໍສິດທິພິເສດກັບພວກເຮົາເພື່ອໃຫ້ພວກເຂົາມີສ່ວນຮ່ວມຮັບໃຊ້ບັນດາຄົນຂອງອົງພຣະຜູ້ເປັນເຈົ້າ.5ແລະ ພວກເຂົາໄດ້ເຮັດເກີນກວ່າທີ່ພວກເຮົາຄາດຫວັງໄວ້ຄື: ກ່ອນສິ່ງອື່ນໝົດພວກເຂົາໄດ້ມອບຕົນເອງແກ່ອົງພຣະຜູ້ເປັນເຈົ້າ ແລະ ຫລັງຈາກນັ້ນ ກໍມອບຕົນເອງໃຫ້ພວກເຮົາຕາມຄວາມປະສົງຂອງພຣະເຈົ້າ.6ດັ່ງນັ້ນ ພວກເຮົາຈຶ່ງໄດ້ຊຸກຍູ້ຕີໂຕ, ຂໍໃຫ້ນຳເອົາການກະທຳແຫ່ງຄວາມເມດຕານີ້ມາສູ່ຄວາມສຳເລັດໃນສ່ວນຂອງພວກເຈົ້າເໝືອນກັນ ຕາມທີ່ເພິ່ນເປັນຜູ້ເລີ່ມຕົ້ນມາກ່ອນນັ້ນ.7ແຕ່ເນື່ອງຈາກວ່າ ພວກເຈົ້າດີເລີດໃນທຸກສິ່ງ ບໍ່ວ່າໃນຄວາມເຊື່ອ, ໃນວາຈາ, ໃນຄວາມຮູ້, ໃນຄວາມກະຕືລືລົ້ນຢ່າງເຕັມທີ່ ແລະ ໃນຄວາມຮັກທີ່ພວກເຮົາມີຕໍ່ພວກເຈົ້າ ນັ້ນ ກໍເຫັນວ່າພວກເຈົ້າດີເລີດໃນການໃຫ້ດ້ວຍຄວາມເມດຕານີ້ເໝືອນກັນ.8ເຮົາບໍ່ໄດ້ກຳລັງສັ່ງພວກເຈົ້າ, ແຕ່ເຮົາຢາກທົດສອບຄວາມຈິງໃຈໃນຄວາມຮັກຂອງພວກເຈົ້າໂດຍການປຽບທຽບກັບຄວາມກະຕືລືລົ້ນຂອງຄົນອື່ນໆ.9ເພາະວ່າພວກເຈົ້າກໍຮູ້ເຖິງພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ ເຖິງແມ່ນພຣະອົງຮັ່ງມີ ແຕ່ກໍຍັງຍອມກາຍເປັນຄົນຍາກຈົນເພາະເຫັນແກ່ພວກເຈົ້າ, ເພື່ອວ່າພວກເຈົ້າຈະໄດ້ກາຍເປັນຄົນຮັ່ງມີໂດຍທາງຄວາມຍາກຈົນຂອງພຣະອົງ.10ແລະ ນີ້ເປັນຂໍ້ແນະນຳຂອງເຮົາກ່ຽວກັບສິ່ງດີທີ່ສຸດສຳລັບພວກເຈົ້າໃນເລື່ອງນີ້. ປີທີ່ຜ່ານມາພວກເຈົ້າທັງຫລາຍບໍ່ພຽງແຕ່ເປັນພວກທຳອິດທີ່ໄດ້ຖວາຍ ແຕ່ຍັງເປັນພວກທຳອິດທີ່ມີຄວາມປາຖະໜາທີ່ຈະຖວາຍດ້ວຍ.11ບັດນີ້ ຈົ່ງເຮັດງານໃຫ້ສຳເລັດ, ເພື່ອວ່າຄວາມເຕັມໃຈອັນກະຕືລືລົ້ນຂອງພວກເຈົ້າທີ່ຈະເຮັດງານນັ້ນຈະສອດຄ່ອງໂດຍທີ່ພວກເຈົ້າເຮັດໃຫ້ສຳເລັດ ຕາມວິທີການຂອງພວກເຈົ້າ.12ເພາະຖ້າມີຄວາມເຕັມໃຈພ້ອມຢູ່ແລ້ວ ຂອງຖວາຍກໍເປັນທີ່ຍອມຮັບຕາມທີ່ຜູ້ນັ້ນມີຢູ່ ບໍ່ແມ່ນຕາມທີ່ລາວບໍ່ມີ.13ພວກເຮົາບໍ່ປາຖະໜາທີ່ຈະຫລຸດຜ່ອນພາລະຂອງຄົນອື່ນໃນຂະນະທີ່ພວກເຈົ້າໄດ້ຮັບການກົດດັນຢ່າງໜັກຢູ່, ແຕ່ເພື່ອຈະໃຫ້ມີຄວາມສະເໝີພາບກັນ.14ໃນຂະນະນີ້ ພວກເຈົ້າມີບໍລິບູນແລ້ວກໍຄວນຈະຈັດຫາສິ່ງທີ່ພວກເຂົາຕ້ອງການນັ້ນ, ເພື່ອວ່າໃນຄາວທີ່ພວກເຂົາມີບໍລິບູນ ພວກເຂົາກໍຈະຊ່ວຍຈັດຫາສິ່ງທີ່ພວກເຈົ້າຕ້ອງການ. ເປົ້າໝາຍກໍຄືຄວາມສະເໝີພາບກັນ,15ເໝືອນດັ່ງທີ່ມີຂຽນໄວ້ວ່າ: “ຜູ້ທີ່ເກັບໄດ້ຫລາຍກໍບໍ່ໄດ້ຫລາຍເກີນໄປ ແລະ ຜູ້ທີ່ເກັບໄດ້ໜ້ອຍກໍບໍ່ໄດ້ໜ້ອຍເກີນໄປ”.ສົ່ງຕີໂຕໄປຮັບເຄື່ອງທີ່ຮວບຮວມໄດ້
16ໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ໃຫ້ຕີໂຕມີໃຈເປັນຫ່ວງພວກເຈົ້າເໝືອນກັນກັບທີ່ເຮົາມີຕໍ່ພວກເຈົ້າ.17ເພາະຕີໂຕບໍ່ພຽງແຕ່ໄດ້ຮັບຄຳຂໍຮ້ອງຂອງພວກເຮົາເທົ່ານັ້ນ, ແຕ່ເພິ່ນຍັງໄດ້ມາຫາພວກເຈົ້າດ້ວຍໃຈກະຕືລືລົ້ນຫລາຍ ແລະ ດ້ວຍຄວາມຄິດເລີ່ມຕົ້ນຂອງເພິ່ນເອງ.18ແລະ ພວກເຮົາໄດ້ສົ່ງພີ່ນ້ອງຄົນໜຶ່ງໄປກັບຕີໂຕດ້ວຍ ຜູ້ທີ່ໄດ້ຮັບການຍົກຍ້ອງຈາກຄຣິສຕະຈັກທັງຫລາຍໃນດ້ານການປະກາດຂ່າວປະເສີດ.19ຍິ່ງໄປກວ່ານັ້ນ, ຄຣິສຕະຈັກຕ່າງໆໄດ້ເລືອກພີ່ນ້ອງຄົນນີ້ໃຫ້ຮ່ວມເດີນທາງກັບພວກເຮົາຂະນະທີ່ນຳເງິນຖວາຍໄປ, ເຊິ່ງພວກເຮົາໄດ້ຮັບຜິດຊອບເບິ່ງແຍງເງິນຖວາຍນີ້ເພື່ອຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ແລະ ເພື່ອສະແດງວ່າພວກເຮົາເອງກໍມີໃຈກະຕືລືລົ້ນທີ່ຈະຊ່ວຍ.20ພວກເຮົາຕ້ອງການຫລີກເວັ້ນບໍ່ໃຫ້ຜູ້ໃດມາຕິຕຽນວິທີຈັດການແຈກຈ່າຍຂອງບໍລິຈາກຈຳນວນຫລວງຫລາຍນີ້ໄດ້.21ເພາະພວກເຮົາພະຍາຍາມເຕັມທີ່ເພື່ອຈະເຮັດສິ່ງທີ່ຖືກຕ້ອງ, ບໍ່ພຽງແຕ່ໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ ແຕ່ໃນສາຍຕາຂອງມະນຸດດ້ວຍ.22ນອກຈາກນີ້ ພວກເຮົາຍັງສົ່ງພີ່ນ້ອງອີກຄົນໜຶ່ງຮ່ວມໄປນຳດ້ວຍ ພີ່ນ້ອງຜູ້ນີ້ໄດ້ພິສູດໃຫ້ພວກເຮົາເຫັນໃນຫລາຍໆດ້ານແລ້ວວ່າ ລາວກະຕືລືລົ້ນຫລາຍ ແລະ ບັດນີ້ ກໍກະຕືລືລົ້ນຫລາຍຂຶ້ນອີກກວ່າເກົ່າ ເພາະວ່າລາວໝັ້ນໃຈໃນພວກເຈົ້າຫລາຍ.23ສຳລັບຕີໂຕ ເພິ່ນເປັນຜູ້ເຂົ້າສ່ວນກັບເຮົາ ແລະ ເປັນຜູ້ຮ່ວມງານໃນທ່າມກາງພວກເຈົ້າທັງຫລາຍ; ສ່ວນພວກພີ່ນ້ອງຂອງພວກເຮົານັ້ນ ພວກເຂົາເປັນຕົວແທນຂອງບັນດາຄຣິສຕະຈັກ ແລະ ເປັນກຽດແກ່ພຣະຄຣິດເຈົ້າ.24ເຫດສະນັ້ນ ຈົ່ງສະແດງໃຫ້ຄົນເຫລົ່ານັ້ນເຫັນຫລັກຖານແຫ່ງຄວາມຮັກຂອງພວກເຈົ້າ ແລະ ເຫັນເຖິງສາເຫດທີ່ພວກເຮົາພາກພູມໃຈໃນພວກເຈົ້າ, ເພື່ອວ່າຄຣິສຕະຈັກທັງຫລາຍຈະໄດ້ເຫັນເຖິງສິ່ງນີ້ດ້ວຍ.Biblica, Inc.