2 ໂກຣິນໂທ6
1ໃນຖານະຜູ້ຮ່ວມງານຂອງພຣະເຈົ້າ ພວກເຮົາຂໍຮ້ອງພວກເຈົ້າທັງຫລາຍວ່າ ຢ່າໃຫ້ພຣະຄຸນຂອງພຣະເຈົ້າທີ່ໄດ້ຮັບນັ້ນເສຍປະໂຫຍດ.2ເພາະພຣະອົງກ່າວວ່າ,“ໃນເວລາແຫ່ງຄວາມກະລຸນາຂອງເຮົາ ເຮົາໄດ້ຟັງພວກເຈົ້າແລະ ໃນວັນແຫ່ງຄວາມພົ້ນນັ້ນ ເຮົາໄດ້ຊ່ວຍພວກເຈົ້າ”. ເຮົາບອກພວກເຈົ້າວ່າ, ບັດນີ້ ເປັນເວລາແຫ່ງຄວາມກະລຸນາຂອງພຣະເຈົ້າ, ບັດນີ້ ເປັນວັນແຫ່ງຄວາມພົ້ນ.
ຄວາມລຳບາກຂອງໂປໂລ
3ພວກເຮົາບໍ່ເຮັດໃຫ້ທາງເດີນຂອງຜູ້ໃດຊູນສະດຸດ, ເພື່ອວ່າພັນທະກິດຂອງພວກເຮົາຈະບໍ່ຂາດຄວາມເຊື່ອຖື.4ແທນທີ່ຈະເປັນຢ່າງນັ້ນ ໃນຖານະເປັນຜູ້ຮັບໃຊ້ຂອງພຣະເຈົ້າພວກເຮົາຍົກຍ້ອງຕົນເອງໃນທຸກວິທີທາງຄື: ໃນຄວາມອົດທົນອັນໃຫຍ່, ໃນການມີບັນຫາ, ໃນຄວາມຍາກລຳບາກ ແລະ ຄວາມໂສກເສົ້າ;5ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ ແລະ ໃນການກໍ່ຄວາມບໍ່ສະຫງົບ; ໃນການເຮັດວຽກອັນໜັກໜ່ວງ, ໃນການອົດນອນໃນຍາມກາງຄືນ ແລະ ໃນຄວາມອຶດຫິວ;6ໃນຄວາມບໍລິສຸດ, ໃນຄວາມເຂົ້າໃຈ, ໃນຄວາມອົດທົນ ແລະ ໃນຄວາມເມດຕາ, ໃນພຣະວິນຍານບໍລິສຸດເຈົ້າ ແລະ ໃນຄວາມຮັກທີ່ຈິງໃຈ;7ໃນຄຳເວົ້າອັນສັດຈິງ ແລະ ໃນລິດອຳນາດຂອງພຣະເຈົ້າ; ດ້ວຍອາວຸດແຫ່ງຄວາມຊອບທຳໃນມືຂວາ ແລະ ໃນມືຊ້າຍ;8ຜ່ານທາງກຽດ ແລະ ຄວາມເສື່ອມເສຍ, ໃນຍາມທີ່ຄົນວ່າດີ ແລະ ໃນຍາມທີ່ຄົນວ່າຊົ່ວ; ເປັນຄົນຈິງໃຈ ແຕ່ຖືກຫາວ່າເປັນຄົນຫລອກລວງ;9ເປັນທີ່ຮູ້ຈັກ ແຕ່ຖືກຫາວ່າບໍ່ມີຜູ້ໃດຮູ້ຈັກ; ກຳລັງຈະຕາຍ ແຕ່ພວກເຮົາກໍຍັງມີຊີວິດຢູ່ຕໍ່ໄປ; ຖືກຂ້ຽນຕີ ແຕ່ກໍຍັງບໍ່ເຖິງຂັ້ນຕາຍ;10ເຕັມດ້ວຍຄວາມທຸກໂສກ ແຕ່ກໍຍັງຊື່ນຊົມຍິນດີສະເໝີ; ທຸກຍາກ ແຕ່ກໍຍັງເຮັດໃຫ້ຫລາຍຄົນຮັ່ງມີ; ແລະ ບໍ່ມີອັນໃດ ແຕ່ກໍຍັງເປັນເຈົ້າຂອງທຸກສິ່ງ.11ຊາວເມືອງໂກຣິນໂທເອີຍ, ພວກເຮົາເວົ້າກັບພວກເຈົ້າຢ່າງອິດສະຫລະ ແລະ ໄດ້ເປີດໃຈຂອງພວກເຮົາກວ້າງໃຫ້ແກ່ພວກເຈົ້າ.12ພວກເຮົາບໍ່ໄດ້ລະງັບຄວາມຮັກຂອງພວກເຮົາຈາກພວກເຈົ້າ ແຕ່ພວກເຈົ້າເປັນຜູ້ລະງັບຄວາມຮັກຂອງພວກເຈົ້າຈາກພວກເຮົາ.13ເພື່ອເປັນການແລກປ່ຽນຢ່າງຍຸຕິທຳ ເຮົາຂໍເວົ້າກັບພວກເຈົ້າເໝືອນເວົ້າກັບລູກຂອງເຮົາວ່າຈົ່ງເປີດໃຈຂອງພວກເຈົ້າໃຫ້ກວ້າງເໝືອນກັນ.ຄຳເຕືອນຕໍ່ການຂາບໄຫວ້ຮູບເຄົາລົບ
14ຢ່າທຽມແອກຮ່ວມກັບຄົນທີ່ບໍ່ເຊື່ອ. ເພາະຄວາມຊອບທຳກັບຄວາມອະທຳຈະມີສິ່ງໃດຮ່ວມກັນໄດ້? ຫລື ຄວາມສະຫວ່າງກັບຄວາມມືດຈະສາມັກຄີທຳກັນໄດ້ຢ່າງໃດ?15ພຣະຄຣິດເຈົ້າ ແລະ ເບລີອາ ຈະລົງລອຍກັນໄດ້ຢ່າງໃດ? ຜູ້ເຊື່ອກັບຜູ້ບໍ່ເຊື່ອຈະມີສິ່ງໃດຮ່ວມກັນໄດ້?16ວິຫານຂອງພຣະເຈົ້າ ແລະ ວິຫານຂອງຮູບເຄົາລົບຈະມີຂໍ້ຕົກລົງກັນໄດ້ຢ່າງໃດ? ເພາະພວກເຮົາເປັນວິຫານຂອງພຣະເຈົ້າຜູ້ມີຊີວິດຢູ່. ຕາມທີ່ພຣະເຈົ້າໄດ້ກ່າວວ່າ:“ເຮົາຈະຢູ່ກັບພວກເຂົາແລະ ເດີນຢູ່ທ່າມກາງພວກເຂົາແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາແລະ ພວກເຂົາຈະເປັນຄົນຂອງເຮົາ”. 17ດັ່ງນັ້ນ“ອົງພຣະຜູ້ເປັນເຈົ້າກ່າວວ່າ, ຈົ່ງອອກມາແລະ ແຍກອອກຈາກພວກເຂົາ.ຢ່າແຕະຕ້ອງສິ່ງທີ່ເປັນມົນທິນແລ້ວເຮົາຈະຮັບພວກເຈົ້າ”. 18ແລະ“ເຮົາຈະເປັນບິດາຂອງພວກເຈົ້າແລ້ວພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ,ອົງພຣະຜູ້ເປັນເຈົ້າຜູ້ລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ”.Biblica, Inc.