2 ໂກຣິນໂທ11
ໂປໂລກັບອັກຄະສາວົກປອມ
1ເຮົາຫວັງວ່າພວກເຈົ້າຈະອົດທົນກັບຄວາມໂງ່ຂອງເຮົາຈັກໜ້ອຍໜຶ່ງ. ແມ່ນແລ້ວ, ຂໍຈົ່ງອົດທົນກັບເຮົາ!2ເພາະເຮົາຫວງແຫນພວກເຈົ້າດ້ວຍຄວາມຫວງແຫນທີ່ມາຈາກພຣະເຈົ້າ. ເຮົາໄດ້ສັນຍາພວກເຈົ້າໄວ້ເພື່ອສາມີຄົນດຽວ, ຄືແກ່ພຣະຄຣິດເຈົ້າ ເພື່ອວ່າເຮົາຈະໄດ້ຖວາຍພວກເຈົ້າເໝືອນດັ່ງສາວບໍລິສຸດທີ່ບໍລິສຸດແກ່ພຣະອົງ.3ແຕ່ເຮົາຢ້ານວ່າ ຈະເປັນເໝືອນດັ່ງເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ, ແລ້ວຄວາມຄິດຂອງພວກເຈົ້າຈະຖືກນຳພາໄປສູ່ຄວາມຜິດພາດຈາກຄວາມຈິງໃຈ ແລະ ຄວາມບໍລິສຸດຂອງພວກເຈົ້າໃນການອຸທິດຕົນຕໍ່ພຣະຄຣິດເຈົ້າ. ເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ.4ເພາະຖ້າຜູ້ໃດມາຫາພວກເຈົ້າ ແລະ ເທດສະໜາເລື່ອງພຣະເຢຊູເຈົ້າຕ່າງຈາກທີ່ພວກເຮົາໄດ້ເທດສະໜາເລື່ອງພຣະເຢຊູເຈົ້າໄວ້ ຫລື ວ່າຖ້າພວກເຈົ້າຮັບວິນຍານອື່ນແຕກຕ່າງຈາກພຣະວິນຍານທີ່ພວກເຈົ້າເຄີຍໄດ້ຮັບ ຫລື ວ່າຂ່າວປະເສີດອື່ນແຕກຕ່າງຈາກທີ່ພວກເຈົ້າເຄີຍໄດ້ຮັບ, ພວກເຈົ້າກໍທົນຮັບສິ່ງເຫລົ່ານັ້ນໄດ້ງ່າຍດາຍແທ້ນໍ.5ເຮົາກໍບໍ່ໄດ້ຄິດວ່າເຮົາເອງຕໍ່າຕ້ອຍກວ່າ “ບັນດາອັກຄະສາວົກຊັ້ນສູງ” ເຫລົ່ານັ້ນແມ່ນແຕ່ໜ້ອຍດຽວ.6ເຖິງວ່າເຮົາຈະບໍ່ແມ່ນນັກເວົ້າທີ່ໄດ້ຮັບການຝຶກຝົນ ແຕ່ເຮົາກໍມີຄວາມຮູ້. ພວກເຮົາກໍໄດ້ສະແດງແກ່ພວກເຈົ້າຢ່າງຈະແຈ້ງແລ້ວໃນທຸກທາງ.7ເປັນການເຮັດບາບບໍທີ່ເຮົາລົດເຮົາເອງລົດຕົວລົງເພື່ອຍົກຊູພວກເຈົ້າຂຶ້ນດ້ວຍການປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າໂດຍບໍ່ຄິດມູນຄ່າ?8ເຮົາໄດ້ປຸ້ນຄຣິສຕະຈັກອື່ນໆ ດ້ວຍການຮັບເງິນສະໜັບສະໜູນຈາກພວກເຂົາເພື່ອມາຮັບໃຊ້ພວກເຈົ້າ.9ແລະ ເມື່ອເຮົາຢູ່ກັບພວກເຈົ້າ ແລະ ເມື່ອເຮົາຂາດເຂີນບາງສິ່ງ, ເຮົາກໍບໍ່ໄດ້ເປັນພາລະໃຫ້ແກ່ຜູ້ໃດ, ເພາະພີ່ນ້ອງຜູ້ທີ່ມາຈາກແຂວງມາເກໂດເນຍໄດ້ສະໜັບສະໜູນສິ່ງຈຳເປັນໃຫ້ແກ່ເຮົາ. ເຮົາໄດ້ລະວັງເຮົາເອງບໍ່ໃຫ້ເປັນພາລະໃດໆແກ່ພວກເຈົ້າ ແລະ ຈະເຮັດຢ່າງນັ້ນຕໍ່ໄປ.10ຄວາມຈິງຂອງພຣະຄຣິດເຈົ້າຢູ່ໃນເຮົາແນ່ນອນສັນໃດ ກໍບໍ່ມີຜູ້ໃດໃນແຂວງອະຂາຢາຈະມາຢຸດເຮົາໃນການອວດອ້າງນີ້ສັນນັ້ນ.11ເພາະເຫດໃດ? ເພາະເຮົາບໍ່ຮັກພວກເຈົ້າບໍ? ພຣະເຈົ້າຮູ້ວ່າເຮົາຮັກພວກເຈົ້າ!12ແລະ ເຮົາຈະເຮັດໃນສິ່ງທີ່ເຮົາໄດ້ເຮັດຢູ່ນີ້ຕໍ່ໄປ ເພື່ອຕັດບັນຫາອອກຈາກຄົນເຫລົ່ານັ້ນທີ່ກຳລັງຫາໂອກາດໃຫ້ໄດ້ຮັບການຍອມຮັບວ່າເທົ່າທຽມກັນກັບພວກເຮົາໃນສິ່ງທີ່ພວກເຂົາອວດອ້າງໃສ່.13ເພາະຄົນເຫລົ່ານັ້ນເປັນອັກຄະສາວົກປອມ, ເປັນຄົນງານທີ່ລໍ້ລວງ, ເປັນຜູ້ປອມຕົວເປັນອັກຄະສາວົກຂອງພຣະຄຣິດເຈົ້າ.14ແລະ ກໍບໍ່ແປກປະຫລາດ, ເພາະຊາຕານເອງກໍຍັງປອມຕົວເປັນເທວະດາແຫ່ງຄວາມສະຫວ່າງໄດ້.15ແລ້ວຈຶ່ງບໍ່ແປກປະຫລາດທີ່ຄົນຮັບໃຊ້ຂອງຊາຕານຈະປອມຕົວເປັນຜູ້ຮັບໃຊ້ແຫ່ງຄວາມຊອບທຳດ້ວຍ. ຈຸດຈົບຂອງພວກເຂົາຈະເປັນໄປຕາມການກະທຳທີ່ພວກເຂົາສົມຄວນໄດ້ຮັບ.ໂປໂລອວດເລື່ອງການທົນທຸກຂອງເພິ່ນ
16ເຮົາຂໍຢ້ຳອີກວ່າ: ຢ່າຄິດວ່າເຮົາເປັນຄົນໂງ່. ແຕ່ຖ້າພວກເຈົ້າຄິດຢ່າງນັ້ນ ກໍຈົ່ງອົດທົນຕໍ່ເຮົາເໝືອນດັ່ງທີ່ພວກເຈົ້າຈະເປັນຄົນໂງ່, ເພື່ອເຮົາຈະໄດ້ອວດຈັກໜ້ອຍໜຶ່ງ.17ໃນການອວດຢ່າງໝັ້ນໃຈໃນຕົນເອງຢ່າງນີ້ ເຮົາບໍ່ໄດ້ເວົ້າຕາມແບບຢ່າງຂອງອົງພຣະຜູ້ເປັນເຈົ້າ ແຕ່ເຮົາເວົ້າຢ່າງຄົນໂງ່.18ໃນເມື່ອຫລາຍຄົນອວດຕາມແບບຄົນຂອງໂລກ, ເຮົາກໍຈະອວດເໝືອນກັນ.19ພວກເຈົ້າທັງຫລາຍຍິນດີອົດທົນກັບຄົນໂງ່ເຫລົ່ານີ້ເນື່ອງຈາກພວກເຈົ້າເປັນຜູ້ສະຫລາດແທ້ນໍ!20ແທ້ຈິງແລ້ວ ພວກເຈົ້າທົນຮັບແມ່ນແຕ່ຄົນທີ່ມາເອົາພວກເຈົ້າໄປເປັນຂ້າທາດ ຫລື ຄົນທີ່ຂູດຮີດພວກເຈົ້າ ຫລື ຄົນທີ່ເອົາປຽບພວກເຈົ້າ ຫລື ຄົນທີ່ຍົກຕົນເປັນໃຫຍ່ເໜືອພວກເຈົ້າ ຫລື ຄົນທີ່ຕົບໜ້າພວກເຈົ້າ.21ເຮົາລະອາຍທີ່ຕ້ອງຍອມຮັບວ່າເຮົາອ່ອນແອເກີນໄປທີ່ຈະເຮັດຢ່າງນັ້ນ!ຜູ້ໃດກ້າອວດເລື່ອງໃດ ເຮົາຂໍເວົ້າຢ່າງຄົນໂງ່ວ່າ ເຮົາກໍກ້າອວດເລື່ອງນັ້ນເໝືອນກັນ.22ພວກເຂົາເປັນຊາວເຮັບເຣີບໍ? ເຮົາກໍເປັນເໝືອນກັນ. ພວກເຂົາເປັນຊາວອິດສະຣາເອນບໍ? ເຮົາກໍເປັນເໝືອນກັນ. ພວກເຂົາເປັນເຊື້ອສາຍຂອງອັບຣາຮາມບໍ? ເຮົາກໍເປັນເໝືອນກັນ.23ພວກເຂົາເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າບໍ? (ເຮົາເສຍສະຕິທີ່ເວົ້າແບບນີ້.) ເຮົາເປັນຫລາຍກວ່າພວກເຂົາອີກ. ເຮົາໄດ້ເຮັດວຽກໜັກຫລາຍກວ່າ, ຖືກຂັງຄຸກເລື້ອຍຫລາຍກວ່າ, ຖືກຂ້ຽນຕີຢ່າງໜັກຫລາຍກວ່າ ແລະ ປະເຊີນກັບຄວາມຕາຍຫລາຍເທື່ອ.24ເຮົາຖືກພວກຢິວຂ້ຽນຫ້າເທື່ອ ເທື່ອລະສາມສິບເກົ້າບາດ.25ເຮົາຖືກຂ້ຽນຕີດ້ວຍໄມ້ແສ້ສາມເທື່ອ, ເຮົາຖືກເອົາຫີນແກວ່ງໃສ່ໜຶ່ງເທື່ອ, ເຮົາປະເຊີນກັບເຮືອແຕກສາມເທື່ອ, ເຮົາແຊ່ຢູ່ກາງທະເລໜຶ່ງຄືນໜຶ່ງວັນ,26ເຮົາໄດ້ຍ້າຍທີ່ຢູ່ຕະຫລອດ, ເຮົາໄດ້ຢູ່ໃນອັນຕະລາຍຈາກແມ່ນ້ຳຕ່າງໆ, ໃນອັນຕະລາຍຈາກພວກໂຈນ, ໃນອັນຕະລາຍຈາກພີ່ນ້ອງຢິວຂອງເຮົາເອງ, ໃນອັນຕະລາຍຈາກຄົນຕ່າງຊາດ, ໃນອັນຕະລາຍພາຍໃນເມືອງ, ໃນອັນຕະລາຍພາຍໃນປະເທດ, ໃນອັນຕະລາຍຢູ່ໃນທະເລ ແລະ ໃນອັນຕະລາຍຈາກຜູ້ທີ່ເຊື່ອປອມ.27ເຮົາໄດ້ທຳງານໜັກ ແລະ ລຳບາກ, ອົດນອນຢູ່ເລື້ອຍ, ເຮົາຮູ້ຈັກການອົດເຂົ້າຫິວນ້ຳ ແລະ ຂາດອາຫານຢູ່ເລື້ອຍ, ເຮົາຕ້ອງພົບກັບຄວາມໜາວ ແລະ ເປືອຍກາຍ.28ນອກຈາກສິ່ງທັງໝົດເຫລົ່ານີ້ແລ້ວ, ເຮົາຍັງໄດ້ປະເຊີນກັບຄວາມກົດດັນຂອງຄວາມຫ່ວງໃຍທີ່ເຮົາມີຕໍ່ຄຣິສຕະຈັກທັງຫລາຍຢູ່ທຸກວັນ.29ມີຜູ້ໃດແດ່ທີ່ອ່ອນກຳລັງ ແລ້ວເຮົາບໍ່ຮູ້ສຶກອ່ອນກຳລັງໄປນຳ? ມີຜູ້ໃດແດ່ຖືກຊັກຊວນໃຫ້ເຮັດບາບ ແລ້ວເຮົາບໍ່ຮ້ອນຮົນໃຈ?30ຖ້າເຮົາຕ້ອງອວດ ເຮົາກໍຈະອວດເຖິງສິ່ງທີ່ສະແດງຄວາມອ່ອນແອຂອງເຮົາ.31ພຣະເຈົ້າ ແລະ ພຣະບິດາຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນທີ່ສັນລະເສີນຕະຫລອດນິລັນດອນ ພຣະອົງຮູ້ວ່າເຮົາບໍ່ໄດ້ເວົ້າຕົວະ.32ໃນເມືອງດາມັສກັດ ເຈົ້າເມືອງຜູ້ຢູ່ໃຕ້ບັງຄັບບັນຊາຂອງກະສັດອາເຣຕາໄດ້ໃຫ້ທະຫານເຝົ້າຍາມໄວ້ທົ່ວເມືອງເພື່ອຈະຈັບກຸມເຮົາ.33ແຕ່ພວກເຂົາເອົາເຮົາໃສ່ກະຕ່າຢ່ອນລົງມາຈາກປ່ອງຢ້ຽມຕາມກຳແພງເມືອງ ແລະ ເຮົາຈຶ່ງຫລຸດພົ້ນຈາກເງື່ອມມືເພິ່ນມາໄດ້.
Biblica, Inc.