1 ຊາມູເອນ28
1ໃນເວລານັ້ນຊາວຟີລິດສະຕິນໄດ້ລະດົມກຳລັງມາສູ້ຮົບກັບອິດສະຣາເອນ. ອາກີເຊໄດ້ເວົ້າກັບດາວິດວ່າ, “ເຈົ້າຈະຕ້ອງຮູ້ເຈົ້າກັບຄົນຂອງເຈົ້າຈະຕ້ອງໄປຮ່ວມສູ້ຮົບກັບເຮົາ”.2ດາວິດໄດ້ຕອບວ່າ, “ແລ້ວທ່ານຈະເຫັນວ່າຜູ້ຮັບໃຊ້ຂອງທ່ານສາມາດເຮັດສິ່ງໃດໄດ້ແດ່”.
ອາກີເຊຕອບວ່າ, “ດີຫລາຍ, ເຮົາຈະໃຫ້ເຈົ້າເປັນຜູ້ປ້ອງກັນຂອງເຮົາຕະຫລອດຊີວິດ”.
ພວກເຂົາເວົ້າວ່າ, “ມີຄົນໜຶ່ງທີ່ຢູ່ໃນເອນໂດເຣ”.8ໂຊນຈຶ່ງໄດ້ປອມໂຕ, ໂດຍນຸ່ງເຄື່ອງຂອງຜູ້ອື່ນ ແລະ ໄປທີ່ບ້ານຂອງໝໍດູຍິງໃນເວລາກາງຄືນ ມີຜູ້ຕິດຕາມສອງຄົນ. ໂຊນເວົ້າວ່າ, “ເຮົາຢາກຈະເວົ້າກັບວິນຍານຂອງຜູ້ຕາຍຄົນໜຶ່ງ, ຈົ່ງເອີ້ນລາວມາຕາມທີ່ເຮົາບອກຊື່”.9ແຕ່ຍິງນັ້ນເວົ້າວ່າ, “ເຈົ້າກໍຮູ້ດີວ່າໂຊນໄດ້ເຮັດຫຍັງ. ລາວໄດ້ກວາດລ້າງຄົນຫລິ້ນເວດມົນ ແລະ ໝໍດູໃຫ້ໝົດໄປຈາກແຜ່ນດິນ. ເປັນຫຍັງເຈົ້າຈຶ່ງວາງກັບດັກເພື່ອຂ້າຂ້ອຍ”.10ໂຊນໄດ້ສາບານຕໍ່ນາງໂດຍອ້າງນາມພຣະເຈົ້າຢາເວວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ເຈົ້າຈະບໍ່ຖືກລົງໂທດເພາະເລື່ອງນີ້ສັນນັ້ນ”.11ຍິງນັ້ນຈຶ່ງຖາມວ່າ, “ຈະໃຫ້ຂ້ອຍເອີ້ນຜູ້ໃດຂຶ້ນມາຫາເຈົ້າ?”
ໂຊນໄດ້ເວົ້າວ່າ, “ໃຫ້ເອີ້ນຊາມູເອນຂຶ້ນມາ”.12ເມື່ອຍິງນັ້ນເຫັນຊາມູເອນ, ນາງກໍຮ້ອງຂຶ້ນດ້ວຍສຸດສຽງຂອງນາງ ແລະ ເວົ້າກັບໂຊນວ່າ, “ເປັນຫຍັງທ່ານຈຶ່ງຫລອກລວງຂ້ານ້ອຍ? ທ່ານຄືໂຊນ!”13ກະສັດໄດ້ເວົ້າກັບນາງວ່າ, “ຢ່າຢ້ານເລີຍ. ເຈົ້າເຫັນຫຍັງ?”
ນາງໄດ້ຕອບວ່າ, “ຂ້ານ້ອຍໄດ້ເຫັນວິນຍານດວງໜຶ່ງ ຂຶ້ນມາຈາກແຜ່ນດິນ”.14ໂຊນຈຶ່ງຖາມວ່າ, “ໜ້າຕາທ່າທາງເປັນແນວໃດ?”
ຍິງນັ້ນໄດ້ຕອບວ່າ, “ເປັນຜູ້ຊາຍຄົນເຖົ້າຜູ້ໜຶ່ງນຸ່ງເສື້ອຄຸມກຳລັງຂຶ້ນມາ”.
ໂຊນຈຶ່ງຮູ້ວ່າແມ່ນຊາມູເອນ ແລະ ເພິ່ນກໍໄດ້ໝອບກາບກົ້ມໜ້າລົງທີ່ພື້ນ.15ຊາມູເອນໄດ້ເວົ້າກັບໂຊນວ່າ, “ເປັນຫຍັງທ່ານຈຶ່ງລົບກວນຂ້ອຍໂດຍເອີ້ນຂ້ອຍຂຶ້ນມາ?”
ໂຊນເວົ້າວ່າ, “ຂ້ອຍກຳລັງເດືອດຮ້ອນຫລາຍ, ຊາວຟີລິດສະຕິນກໍາລັງຕໍ່ສູ້ກັບຂ້ອຍຢູ່ ແລະ ພຣະເຈົ້າໄດ້ໄປຈາກຂ້ອຍແລ້ວ. ພຣະອົງບໍ່ຕອບຂ້ອຍເລີຍ, ບໍ່ວ່າທາງຜູ້ທຳນວາຍ ຫລື ທາງຄວາມຝັນ. ຂ້ອຍຈຶ່ງເອີ້ນເຈົ້າມາເພື່ອຖາມວ່າຄວນເຮັດຢ່າງໃດ”.16ຊາມູເອນໄດ້ເວົ້າວ່າ, “ເປັນຫຍັງຈຶ່ງມາປຶກສາຂ້ອຍ, ໃນເມື່ອພຣະເຈົ້າຢາເວໄດ້ໄປຈາກເຈົ້າ ແລະ ກາຍເປັນສັດຕູກັບເຈົ້າ?17ພຣະເຈົ້າຢາເວໄດ້ເຮັດຕາມທີ່ໄດ້ພຣະອົງໄດ້ທຳນວຍໄວ້ຜ່ານທາງຂ້ອຍ. ພຣະເຈົ້າຢາເວໄດ້ຈີກອານາຈັກອອກຈາກມືຂອງເຈົ້າ ແລະ ມອບໃຫ້ດາວິດເພື່ອນບ້ານຂອງເຈົ້າ.18ເພາະເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ຫລື ສະໜອງຄວາມໂກດຮ້າຍຢ່າງແຮງຂອງພຣະອົງທີ່ມີຕໍ່ຊາວອາມາເຫລັກ, ວັນນີ້ພຣະເຈົ້າຢາເວຈຶ່ງເຮັດກັບເຈົ້າຢ່າງນີ້.19ພຣະເຈົ້າຢາເວຈະມອບທັງເຈົ້າ ແລະ ອິດສະຣາເອນໃຫ້ແກ່ຊາວຟີລິດສະຕິນ, ແລະ ມື້ອື່ນເຈົ້າກັບບັນດາລູກຊາຍຂອງເຈົ້າຈະມາຢູ່ກັບຂ້ອຍ. ພຣະເຈົ້າຢາເວຈະມອບກອງທັບອິດສະຣາເອນໃຫ້ແກ່ຊາວຟີລິດສະຕິນ”.20ໃນທັນໃດນັ້ນໂຊນກໍລົ້ມລົງຢຽດຍາວເທິງພື້ນ, ຮູ້ສຶກຕົກໃຈຢ້ານຫລາຍເພາະຖ້ອຍຄຳຂອງຊາມູເອນ. ທັງໝົດແຮງເພາະຄວາມຫິວ, ເພາະບໍ່ໄດ້ກິນຫຍັງເລີຍຕະຫລອດທັງກາງເວັນ ແລະ ກາງຄືນ.21ເມື່ອຍິງນັ້ນມາພົບໂຊນ ແລະ ເຫັນວ່າໂຊນສັ່ນຢ້ານຫລາຍ, ນາງຈຶ່ງເວົ້າວ່າ, “ເບິ່ງແມ, ຜູ້ຮັບໃຊ້ຂອງທ່ານໄດ້ເຊື່ອຟັງທ່ານ. ຂ້ານ້ອຍຍອມສ່ຽງຊີວິດຂອງຕົນ ແລະ ໄດ້ເຮັດຕາມຄຳສັ່ງຂອງທ່ານ.22ບັດນີ້ ໂຜດເຮັດຕາມຄຳຂອງຂ້ານ້ອຍດ້ວຍ ແລະ ອະນຸຍາດໃຫ້ຂ້ານ້ອຍນຳອາຫານມາໃຫ້ທ່ານກິນ ເພື່ອຈະໄດ້ມີກຳລັງຂຶ້ນ ແລ້ວເດີນທາງກັບໄປໄດ້”.23ແຕ່ເພິ່ນປະຕິເສດ ແລະ ເວົ້າວ່າ, “ເຮົາຈະບໍ່ກິນ”.
ຜູ້ຕິດຕາມທັງສອງຄົນຈຶ່ງສະໜັບສະໜູນຄຳຂອງຍິງນັ້ນ ແລະ ອ້ອນວອນຈົນໃນທີ່ສຸດໂຊນກໍຍອມຂຶ້ນນັ່ງເທິງຕັ່ງນວມ.24ຍິງນັ້ນມີລູກງົວໝຸ່ມໂຕໜຶ່ງຢູ່ທີ່ເຮືອນ, ນາງກໍອອກໄປຂ້າເພື່ອນຳມາປຸງອາຫານ ແລະ ນວດແປ້ງອົບເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ.25ຫລັງຈາກນັ້ນ ນາງກໍນຳອາຫານມາໃຫ້ໂຊນ ແລະ ຄົນຂອງເພິ່ນກິນ. ໃນຄືນນັ້ນເອງພວກເຂົາກໍເດີນທາງຈາກໄປ.
ອາກີເຊຕອບວ່າ, “ດີຫລາຍ, ເຮົາຈະໃຫ້ເຈົ້າເປັນຜູ້ປ້ອງກັນຂອງເຮົາຕະຫລອດຊີວິດ”.
ໂຊນ ແລະ ໝໍຜີຢູ່ທີ່ເອນໂດເຣ
3ຝ່າຍຊາມູເອນກໍໄດ້ຕາຍໄປ ແລະ ຄົນອິດສະຣາເອນທັງໝົດກໍພາກັນໄວ້ທຸກໃຫ້ເພິ່ນ ແລະ ເພິ່ນຖືກຝັງໄວ້ຢູ່ທີ່ຣາມາ ເຊິ່ງເປັນບ້ານເກີດຂອງເພິ່ນ. ໂຊນໄດ້ກຳຈັດໝໍດູ ແລະ ໝໍຜີທັງໝົດໄປຈາກແຜ່ນດິນ.4ຊາວຟີລິດສະຕິນໄດ້ລວມພົນມາຕັ້ງຄ້າຍພັກຢູ່ທີ່ຊູເນມ, ໃນຂະນະທີ່ໂຊນກໍໄດ້ລວມພົນອິດສະຣາເອນທັງໝົດ ແລະ ຕັ້ງຄ້າຍພັກຢູ່ທີ່ກິນໂບອາ.5ເມື່ອໂຊນເຫັນກອງທັບຟີລິດສະຕິນກໍຢ້ານກົວຫລາຍ.6ແລະ ໄດ້ຖາມພຣະເຈົ້າຢາເວ, ແຕ່ພຣະເຈົ້າຢາເວບໍ່ຕອບເພິ່ນ ບໍ່ວ່າທາງຄວາມຝັນ ຫລື ທາງອູຮິມ ຫລື ທາງຜູ້ທຳນວາຍ.7ໂຊນຈຶ່ງໄດ້ສັ່ງຄົນຂອງເພິ່ນວ່າ, “ຈົ່ງໄປຊອກຫາໝໍດູຜູ້ຍິງເພື່ອເຮົາຈະໄດ້ໄປຖາມນາງ”.ພວກເຂົາເວົ້າວ່າ, “ມີຄົນໜຶ່ງທີ່ຢູ່ໃນເອນໂດເຣ”.8ໂຊນຈຶ່ງໄດ້ປອມໂຕ, ໂດຍນຸ່ງເຄື່ອງຂອງຜູ້ອື່ນ ແລະ ໄປທີ່ບ້ານຂອງໝໍດູຍິງໃນເວລາກາງຄືນ ມີຜູ້ຕິດຕາມສອງຄົນ. ໂຊນເວົ້າວ່າ, “ເຮົາຢາກຈະເວົ້າກັບວິນຍານຂອງຜູ້ຕາຍຄົນໜຶ່ງ, ຈົ່ງເອີ້ນລາວມາຕາມທີ່ເຮົາບອກຊື່”.9ແຕ່ຍິງນັ້ນເວົ້າວ່າ, “ເຈົ້າກໍຮູ້ດີວ່າໂຊນໄດ້ເຮັດຫຍັງ. ລາວໄດ້ກວາດລ້າງຄົນຫລິ້ນເວດມົນ ແລະ ໝໍດູໃຫ້ໝົດໄປຈາກແຜ່ນດິນ. ເປັນຫຍັງເຈົ້າຈຶ່ງວາງກັບດັກເພື່ອຂ້າຂ້ອຍ”.10ໂຊນໄດ້ສາບານຕໍ່ນາງໂດຍອ້າງນາມພຣະເຈົ້າຢາເວວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ເຈົ້າຈະບໍ່ຖືກລົງໂທດເພາະເລື່ອງນີ້ສັນນັ້ນ”.11ຍິງນັ້ນຈຶ່ງຖາມວ່າ, “ຈະໃຫ້ຂ້ອຍເອີ້ນຜູ້ໃດຂຶ້ນມາຫາເຈົ້າ?”

Biblica, Inc.