1 ເປໂຕ5
ພວກຜູ້ອາວຸໂສ ແລະ ສະມາຊິກ
1ເຖິງພວກຜູ້ອາວຸໂສໃນທ່າມກາງພວກເຈົ້າທັງຫລາຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຜູ້ອາວຸໂສດ້ວຍກັນ ແລະ ເປັນພະຍານຄົນໜຶ່ງໃນເລື່ອງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເປັນຜູ້ໜຶ່ງທີ່ຈະຮ່ວມໃນສະຫງ່າລາສີທີ່ຈະມາປາກົດນັ້ນວ່າ:2ຈົ່ງລ້ຽງຝູງແກະຂອງພຣະເຈົ້າໃຫ້ຢູ່ໃນຄວາມຮັບຜິດຊອບເບິ່ງແຍງຂອງພວກເຈົ້າ, ໃຫ້ເບິ່ງແຍງພວກເຂົາບໍ່ແມ່ນຍ້ອນວ່າພວກເຈົ້າຈໍາເປັນຕ້ອງເຮັດ ແຕ່ຍ້ອນວ່າພວກເຈົ້າເຕັມໃຈທີ່ຈະເຮັດຕາມທີ່ພຣະເຈົ້າປະສົງໃຫ້ພວກເຈົ້າເປັນ, ບໍ່ແມ່ນເຮັດເພື່ອຫາຜົນປະໂຫຍດດ້ວຍຄວາມບໍ່ສັດຊື່, ແຕ່ມີຄວາມກະຕືລືລົ້ນທີ່ຈະຮັບໃຊ້,3ບໍ່ແມ່ນວາງອຳນາດເໜືອບັນດາຜູ້ທີ່ມອບໝາຍໃຫ້ແກ່ພວກເຈົ້າ, ແຕ່ໃຫ້ເປັນແບບຢ່າງແກ່ຝູງແກະນັ້ນ.4ແລະ ເມື່ອຫົວໜ້າຂອງຜູ້ລ້ຽງແກະມາປາກົດ ພວກເຈົ້າທັງຫລາຍຈະໄດ້ຮັບມົງກຸດແຫ່ງສະຫງ່າລາສີທີ່ບໍ່ມີວັນຈາງຫາຍໄປ.5ໃນທຳນອງດຽວກັນນີ້ ພວກເຈົ້າຜູ້ມີອາຍຸອ່ອນກວ່າ, ຈົ່ງຍອມເຊື່ອຟັງບັນດາຜູ້ທີ່ອາວຸໂສກວ່າ. ພວກເຈົ້າທຸກຄົນຈົ່ງສວມຄວາມຖ່ອມໃຈຕໍ່ກັນແລະກັນ ເພາະວ່າ,“ພຣະເຈົ້າຕໍ່ສູ້ຄົນທີ່ຈອງຫອງແຕ່ມີພຣະຄຸນໃຫ້ແກ່ຄົນທີ່ຖ່ອມຕົວລົງ”. 6ເຫດສະນັ້ນ, ພວກເຈົ້າຈົ່ງຖ່ອມໂຕລົງຢູ່ພາຍໃຕ້ມືອັນມີລິດຂອງພຣະເຈົ້າ ເພື່ອວ່າພຣະອົງຈະຍົກພວກເຈົ້າຂຶ້ນເມື່ອເຖິງເວລາອັນສົມຄວນ.7ຈົ່ງປະຄວາມກະວົນກະວາຍຂອງພວກເຈົ້າໄວ້ກັບພຣະອົງ ເພາະວ່າພຣະອົງຫ່ວງໃຍພວກເຈົ້າຢູ່.8ຈົ່ງມີສະຕິ ແລະ ຕື່ນໂຕຢູ່ສະເໝີ. ເພາະສັດຕູຂອງພວກເຈົ້າຄືມານທຽວວົນວຽນໄປມາເໝືອນໂຕສິງທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້.9ຈົ່ງຕໍ່ສູ້ກັບມານ ດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ເພາະພວກເຈົ້າກໍຮູ້ວ່າພີ່ນ້ອງຜູ້ທີ່ເຊື່ອໃນທົ່ວໂລກກໍກຳລັງປະສົບກັບຄວາມທຸກທໍລະມານແບບດຽວກັນນີ້.10ແລະ ຫລັງຈາກພວກເຈົ້າທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ໄດ້ເອີ້ນພວກເຈົ້າມາສູ່ສະຫງ່າລາສີອັນນິລັນດອນຂອງພຣະອົງໃນພຣະຄຣິດເຈົ້າ ພຣະອົງເອງຈະຟື້ນຟູພວກເຈົ້າຄືນໃໝ່ ແລະ ໃຫ້ພວກເຈົ້າເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.11ຂໍໃຫ້ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.ຄຳທັກທາຍສຸດທ້າຍ
12ດ້ວຍຄວາມຊ່ວຍເຫລືອຂອງຊີລາ ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງທີ່ສັດຊື່ ເຮົາຈຶ່ງໄດ້ຂຽນມາຫາພວກເຈົ້າໂດຍຫຍໍ້ເພື່ອໜູນໃຈພວກເຈົ້າ ແລະ ເປັນພະຍານວ່ານີ້ແມ່ນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ. ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນີ້.13ຄຣິສຕະຈັກທີ່ເມືອງບາບີໂລນຜູ້ໄດ້ຮັບການເລືອກດ້ວຍກັນກັບພວກເຈົ້ານັ້ນ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ ແລະ ມາຣະໂກບຸດຂອງເຮົາກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.14ຈົ່ງທັກທາຍກັນດ້ວຍການຈູບແຫ່ງຄວາມຮັກ.ຂໍໃຫ້ສັນຕິສຸກຈົ່ງມີແກ່ພວກເຈົ້າທຸກຄົນທີ່ຢູ່ໃນພຣະຄຣິດເຈົ້າ.
Biblica, Inc.