1 ກະສັດ7
ໂຊໂລໂມນສ້າງວັງ
1ແຕ່ກະສັດໂຊໂລໂມນໃຊ້ເວລາກໍ່ສ້າງວັງຂອງເພິ່ນຈົນສຳເລັດ ທັງໝົດສິບສາມປີ.2ເພິ່ນໄດ້ສ້າງວັງຂອງເພິ່ນຢູ່ທີ່ປ່າເລບານອນ ເຊິ່ງມີຄວາມຍາວ 100 ສອກ, ກວ້າງ 50 ສອກ, ສູງ 30 ສອກ, ໃຊ້ເສົາໄມ້ແປກສີ່ແຖວຮອງຮັບຄານໄມ້ແປກໄວ້.3ເຮັດຫລັງຄາດ້ວຍຄານໄມ້ແປກ 45 ອັນ ເຊິ່ງວາງຢູ່ເທິງເສົາ ໂດຍແບ່ງວາງເປັນແຖວ ແຖວລະ 15 ອັນ.4ມີປ່ອງຢ້ຽມຢູ່ດ້ານເທິງລຽງເປັນຊຸດ ຊຸດລະສາມປ່ອງ ແຕ່ລະຊຸດແມ່ນຫັນໜ້າເຂົ້າຫາກັນ.5ປະຕູທຸກບານມີຂອບສີ່ຫລ່ຽມ; ຢູ່ດ້ານໜ້າຫ້ອງໂຖງມີສາມຊຸດ ຊຸດລະສາມບານ ເຊິ່ງຫັນໜ້າເຂົ້າຫາກັນ.6ເພິ່ນໄດ້ສ້າງລະບຽງເສົາ ທີ່ມີຄວາມຍາວ 50 ສອກ ແລະ ກວ້າງ 30 ສອກ. ມີລະບຽງດ້ານໜ້າທີ່ມີເສົາ ແລະ ຫລັງຄາດ້ວຍ.7ເພິ່ນໄດ້ສ້າງຫ້ອງບັນລັງ, ເຊິ່ງແມ່ນຫ້ອງແຫ່ງການຕັດສິນ, ເປັນບ່ອນທີ່ເພິ່ນໄດ້ຕັດສິນຄວາມ ແລະ ເພິ່ນຂັ້ນດ້ວຍໄມ້ແປກຕັ້ງແຕ່ພື້ນຈົນເຖິງເພດານ.8ຖັດຈາກຫ້ອງແຫ່ງການຕັດສິນໄປດ້ານຫລັງ ເພິ່ນໄດ້ສ້າງວັງບ່ອນຢູ່ທີ່ເປັນສ່ວນຂອງເພິ່ນ ແລະ ວັງຂອງເມຍຂອງເພິ່ນ ເຊິ່ງເປັນລູກຂອງກະສັດຟາໂຣຕາມແບບຂອງຫ້ອງແຫ່ງການຕັດສິນ.9ອາຄານເຫລົ່ານີ້ທັງໝົດຈາກດ້ານນອກເຖິງເດີ່ນໃຫຍ່ ແລະ ຈາກຮາກຖານເຖິງຫລັງຄາແມ່ນສ້າງດ້ວຍຫີນຢ່າງດີ ເຊິ່ງວັດແທກໃຫ້ໄດ້ຂະໜາດກ່ອນທີ່ຈະແກະສະຫລັກ ແລະ ໃຊ້ເລື່ອຍແຕ່ງທັງດ້ານໃນ ແລະ ດ້ານນອກ.10ຮາກຖານເປັນຫີນກ້ອນໃຫຍ່ທີ່ມີຄຸນນະພາບດີ, ມີໜ້າຕັດຂະໜາດ 8 ສອກ ແລະ 10 ສອກ. 11ຢູ່ເທິງຊັ້ນຮາກຖານແມ່ນວາງດ້ວຍຫີນຢ່າງດີ, ຕັດໃຫ້ໄດ້ຂະໜາດ ແລະ ສະຫລັບດ້ວຍຄານໄມ້ແປກ.12ເພິ່ນໄດ້ສ້າງຝາລ້ອມອ້ອມເດີ່ນໃຫຍ່ຈາກຫີນທີ່ຕັດແຕ່ງໄວ້ແລ້ວສາມຊັ້ນ ສະຫລັບດ້ວຍຊັ້ນຄານໄມ້ແປກ ຕາມແບບເດີ່ນຊັ້ນໃນ ແລະ ລະບຽງດ້ານໜ້າຂອງວິຫານຂອງພຣະເຈົ້າຢາເວ.ການປະດັບປະດາວິຫານ
13ກະສັດໂຊໂລໂມນໄດ້ໃຫ້ນຳຊາຍຄົນໜຶ່ງທີ່ມີຊື່ວ່າຮູຣາມ ມາຈາກເມືອງຕີເຣ,14ແມ່ຂອງລາວເປັນແມ່ໝ້າຍຈາກເຜົ່າເນັບທາລີ ສ່ວນພໍ່ຂອງລາວເປັນຊາວເມືອງຕີເຣ ແລະ ເປັນຊ່າງທອງສຳລິດ. ຮູຣາມແມ່ນເຕັມດ້ວຍສະຕິປັນຍາ, ເຕັມດ້ວຍຄວາມເຂົ້າໃຈ ແລະ ເຕັມດ້ວຍຄວາມຮູ້ໃນດ້ານງານທອງສຳລິດທຸກຊະນິດ. ລາວໄດ້ມາພົບໂຊໂລໂມນ ແລະ ເຮັດວຽກທຸກຢ່າງທີ່ລາວໄດ້ຮັບມອບໝາຍໃຫ້ເຮັດ.15ຮູຣາມໄດ້ຫລໍ່ເສົາທອງສຳລິດສອງຕົ້ນ ແຕ່ລະຕົ້ນສູງ 18 ສອກ ແລະ ເສັ້ນອ້ອມວົງ 12 ສອກ. 16ລາວໄດ້ຫລໍ່ຫົວເສົາທອງສຳລິດສູງ 5 ສອກ ເພື່ອຕິດຢູ່ເທິງຍອດເສົາ.17ມີຕາໜ່າງໂສ້ປະດັບຢູ່ຫົວເສົາ, ເສົາລະເຈັດສາຍ.18ລາວເຮັດໝາກພິລາສອງແຖວ ຕິດອ້ອມໂສ້ປະດັບຢູ່ເທິງຫົວເສົາທັງສອງຕົ້ນ.19ສ່ວນຫົວເສົາຢູ່ທີ່ລະບຽງດ້ານໜ້າແມ່ນຕົບແຕ່ງເປັນຮູບດອກລີລາສູງ 4 ສອກ. 20ຢູ່ເທິງຫົວເສົາທັງສອງຕົ້ນ ຖັດຈາກໂສ້ຂຶ້ນໄປແມ່ນເປັນແຖວໝາກພິລາສອງຮ້ອຍໜ່ວຍໂດຍອ້ອມ.21ລາວຕັ້ງເສົາທັງສອງໄວ້ຢູ່ທີ່ລະບຽງດ້ານໜ້າຂອງວິຫານ. ເສົາທາງໃຕ້ລາວໄດ້ຊື່ໃຫ້ວ່າຢາກິນ ແລະ ເສົາຢູ່ທາງທິດເໜືອແມ່ນຕັ້ງຊື່ວ່າໂບອາດ. 22ຢູ່ເທິງຫົວເສົາມີຮູບຮ່າງເປັນດອກລີລາ. ດັ່ງນັ້ນ ວຽກງານສຳລັບເສົາແມ່ນສຳເລັດຮຽບຮ້ອຍ.23ຮູຣາມໄດ້ຫລໍ່ຂັນຮູບກົມດ້ວຍໂລຫະສູງ 5 ສອກ, ມີເສັ້ນຜ່າສູນກາງ 10 ສອກ ແລະ ເສັ້ນອ້ອມວົງ 30 ສອກ.24ກ້ອງຂອບຂັນດ້ານນອກແມ່ນຕົບແຕ່ງເປັນລາຍເຄືອສອງແຖວ ສອກລະສິບຮູບ ຫລໍ່ເປັນເນື້ອດຽວກັນກັບຂັນ.25ຂັນນັ້ນຕັ້ງຢູ່ເທິງງົວສິບສອງໂຕ, ສາມໂຕໄດ້ປິ່ນໜ້າໄປທາງທິດເໜືອ, ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນຕົກ, ສາມໂຕໄດ້ປິ່ນໜ້າໄປທາງທິດໃຕ້, ແລະ ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນອອກ. ຂັນໄດ້ຖືກວາງເທິງຫົວຂອງງົວ ແລະ ຫລັງຂອງງົວຢູ່ໃຈກາງຂອງຂັ້ນ.26ຂັນນັ້ນມີຄວາມໜາໜຶ່ງຝ່າມື, ປາກຂັນນັ້ນເປັນເໝືອນຂອບຖ້ວຍ ເຊິ່ງຄືກັນກັບດອກລີລາບານ. ບັນຈຸນ້ຳໄດ້ປະມານ 2.000 ບັດ. 27ຮູຣາມຍັງໄດ້ເຮັດແທ່ນເຄື່ອນທີ່ດ້ວຍທອງສຳລິດສິບແທ່ນ ແຕ່ລະແທ່ນກວ້າງຍາວ 4 ສອກ, ສູງ 3 ສອກ. 28ແທ່ນເຫລົ່ານີ້ສ້າງຂຶ້ນໃນລັກສະນະນີ້ຄື ມີຝາທີ່ຢຶດຕິດຢູ່ກັບກອບໃນແນວຕັ້ງ.29ລາວໄດ້ແກະສະຫລັກຮູບໂຕສິງ, ງົວ ແລະ ເຄຣຸບໄວ້ເທິງກອບ ແລະ ເທິງຝານັ້ນ. ດ້ານເທິງ ແລະ ດ້ານລຸ່ມຂອງໂຕສິງ ແລະ ງົວແມ່ນເປັນລວດລາຍຂອງພວງມາລາທີ່ແກະສະຫລັກລາຍດ້ວຍຄ້ອນຕີ.30ແຕ່ລະແທ່ນແມ່ນມີກົງລໍ້ທອງສຳລິດສີ່ກົງ ແລະ ເພົາທອງສຳລິດ ແລະ ແຕ່ລະແທ່ນແມ່ນຮອງຮັບອ່າງທີ່ຕັ້ງຢູ່ເທິງທີ່ໜຸນທັງສີ່ ເຊິ່ງຫລໍ່ຂຶ້ນໂດຍມີພວງມາລາປະດັບຢູ່ແຕ່ລະດ້ານ.31ພາຍໃນແທ່ນນີ້ມີຊ່ອງເປີດເປັນຮູບຮ່າງກົມເລິກ 1 ສອກ. ເຊິ່ງແທກອ້ອມຊ່ອງເປີດຮູບຮ່າງກົມລວມກັບຖານໄດ້ 1 ສອກເຄິ່ງ. ມີລາຍແກະສະຫລັກອ້ອມຊ່ອງເປີດ. ຝາຂອງແທ່ນແມ່ນຕັ້ງເປັນຮູບສີ່ຫລ່ຽມມົນທົນ, ບໍ່ແມ່ນວົງກົມ.32ກົງລໍ້ທັງສີ່ແມ່ນຢູ່ກ້ອງຝາ ແລະ ເພົາລໍ້ແມ່ນຕິດເຂົ້າກັບຕົວແທ່ນ. ເສັ້ນຜ່າສູນກາງຂອງລໍ້ແມ່ນ 1 ສອກເຄິ່ງ.33ກົງລໍ້ແມ່ນເຮັດຂຶ້ນຄ້າຍຄືກັບລໍ້ລົດຮົບ, ທັງເພົາ, ດິ້ວກົງລໍ້, ຂອບ ແລະ ດຸມກົງລໍ້ລ້ວນແຕ່ຫລໍ່ຂຶ້ນດ້ວຍໂລຫະ.34ແຕ່ລະແທ່ນແມ່ນມີບ່ອນຈັບຢູ່ທັງສີ່ແຈ, ຢູ່ແຕ່ລະແຈ, ຍື່ນອອກມາຈາກແທ່ນ.35ຢູ່ທີ່ດ້ານເທິງຂອງແທ່ນແມ່ນມີແຂບວົງກົມເລິກເຄິ່ງສອກ. ບ່ອນໝຸນກັບຝາແມ່ນຢຶດຕິດເຂົ້າກັນກັບດ້ານເທິງຂອງແທ່ນ.36ລາວໄດ້ແກະສະຫລັກຮູບເຄຣຸບ, ໂຕສິງ, ຕົ້ນປາມ ຕາມບ່ອນໝຸນ ແລະ ຕາມຝາ, ຕາມທຸກບ່ອນທີ່ວ່າງ ແລະ ມີພວງມາລາຢູ່ອ້ອມທັງໝົດ.37ແທ່ນທັງສິບນັ້ນແມ່ນສ້າງຂຶ້ນຕາມນີ້ ໂດຍມີຂະໜາດ ແລະ ຮູບຮ່າງຄືກັນກັນ ແລະ ຫລໍ່ຈາກພິມດຽວກັນ.38ຫລັງຈາກນັ້ນ ລາວກໍໄດ້ເຮັດອ່າງທອງສຳລິດສິບໜ່ວຍ, ມີເສັ້ນຜ່າສູນກາງ 4 ສອກ, ຕັ້ງໄວ້ຢູ່ເທິງແທ່ນ ແທ່ນລະໜ່ວຍ, ແຕ່ລະໜ່ວຍບັນຈຸນ້ຳໄດ້ປະມານ 40 ບັດ. 39ລາວຕັ້ງແທ່ນເຫລົ່ານີ້ໄວ້ຢູ່ທີ່ດ້ານໃຕ້ຂອງວິຫານຫ້າແທ່ນ ແລະ ຢູ່ດ້ານເໜືອຫ້າແທ່ນ. ສ່ວນຂັນນັ້ນແມ່ນຕັ້ງຢູ່ທາງດ້ານໃຕ້ຢູ່ທີ່ແຈດ້ານຕາເວັນອອກສຽງໃຕ້ຂອງວິຫານ.40ລາວຍັງໄດ້ເຮັດຊາມ, ອ່າງ, ຊ້ວນ ແລະ ຖ້ວຍດ້ວຍ.ໃນທີ່ສຸດຮູຣາມ ຈຶ່ງເຮັດວຽກທັງໝົດທີ່ກະສັດໂຊໂລໂມນໄດ້ມອບໝາຍໃນວິຫານຂອງພຣະເຈົ້າຢາເວສຳເລັດຄົບຖ້ວນຄື:41ເສົາສອງຕົ້ນ, ຫົວເສົາຮູບຖ້ວຍຂ້ວມສອງຫົວ ຕາໜ່າງປະດັບຫົວເສົາສອງຊຸດ42ໝາກພິລາສີ່ຮ້ອຍໜ່ວຍສຳລັບຕາໜ່າງສອງຊຸດ (ຕາໜ່າງແຕ່ລະຊຸດມີໝາກພິລາຢູ່ສອງແຖວປະດັບຢູ່ເທິງຫົວເສົາ)43ແທ່ນທອງສຳລິດສິບແທ່ນພ້ອມກັບອ່າງ;44ຂັນ ແລະ ງົວສິບສອງໂຕທີ່ຮອງຮັບຂັນ;45ໝໍ້, ຊ້ວນ ແລະ ຖ້ວຍ.
ຮູຣາມໄດ້ເຮັດສິ່ງເຫລົ່ານີ້ຖວາຍກະສັດໂຊໂລໂມນ ສຳລັບວິຫານຂອງພຣະເຈົ້າຢາເວ ໂດຍໃຊ້ທອງສຳລິດຂັດເງົາ.46ກະສັດໄດ້ໃຫ້ຫລໍ່ສິ່ງເຫລົ່ານີ້ຂຶ້ນດ້ວຍເບົ້າດິນໜຽວຢູ່ໃນທົ່ງຮາບແຫ່ງແມ່ນ້ຳຈໍແດນ ລະຫວ່າງເມືອງຊຸກໂກດ ແລະ ເມືອງຊາເຣທານ.47ກະສັດໂຊໂລໂມນບໍ່ໄດ້ໃຫ້ຊັ່ງນ້ຳໜັກສິ່ງເຫລົ່ານີ້ເພາະວ່າມີຈຳນວນຫລວງຫລາຍ; ຈຶ່ງບໍ່ຮູ້ນ້ຳໜັກທີ່ແນ່ນອນຂອງທອງສຳລິດ.48ໂຊໂລໂມນຍັງໄດ້ເຮັດເຄື່ອງໃຊ້ທັງໝົດທີ່ຢູ່ໃນວິຫານຂອງພຣະເຈົ້າຢາເວ ມີດັ່ງນີ້:
ແທ່ນບູຊາຄຳ; ໂຕະຄຳສຳລັບວາງເຂົ້າຈີ່ຖວາຍ;49ຫລັກຕະກຽງຄຳບໍລິສຸດ (ວາງໄວ້ດ້ານໜ້າສະຖານນະມັດສະການດ້ານໃນ, ທັງດ້ານຊ້າຍ ແລະ ຂວາ ດ້ານລະຫ້າ); ຕະກຽງ ແລະ ຄີມແມ່ນເຮັດດ້ວຍຄຳ;50ຂັນຄຳບໍລິສຸດ ມີດຕັດຕັດໄສ້ຕະກຽງ, ຖ້ວຍ, ຈານ ແລະ ກະຖາງໄຟ; ເບົ້າຄຳຂອງປະຕູຫ້ອງຊັ້ນໃນສຸດ, ບ່ອນສັກສິດທີ່ສຸດ ແລະ ຂອງປະຕູຫ້ອງໂຖງກາງຂອງວິຫານ.51ເມື່ອງານທັງໝົດສຳລັບວິຫານຂອງພຣະເຈົ້າຢາເວສຳເລັດຮຽບຮ້ອຍແລ້ວ ກະສັດໂຊໂລໂມນກໍໄດ້ນຳເງິນ, ຄຳ ແລະ ເຄື່ອງໃຊ້ຕ່າງໆ ເຊິ່ງດາວິດຜູ້ເປັນພໍ່ຂອງເພິ່ນໄດ້ຖວາຍໄວ້ເພື່ອການນີ້ມາເກັບໄວ້ໃນຄັງວິຫານຂອງພຣະເຈົ້າຢາເວ.
Biblica, Inc.