1 ກະສັດ21
ສວນອະງຸ່ນຂອງນາໂບດ
1ໃນເວລາຕໍ່ມາ ມີເຫດການເກີດຂຶ້ນທີ່ກ່ຽວຂ້ອງກັບສວນອະງຸ່ນຂອງນາໂບດຊາວຢິດຊະເຣນ ສວນອະງຸ່ນແຫ່ງນີ້ແມ່ນຕັ້ງຢູ່ໃນຢິດຊະເຣນ ເຊິ່ງໃກ້ກັບວັງຂອງກະສັດອາຮາບແຫ່ງຊາມາເຣຍ.2ອາຮາບໄດ້ເວົ້າກັບນາໂບດວ່າ, “ຈົ່ງມອບສວນອະງຸ່ນຂອງເຈົ້າໃຫ້ເຮົາໃຊ້ເຮັດເປັນສວນຜັກເພາະສວນນີ້ຢູ່ໃກ້ວັງຂອງເຮົາ. ເຮົາຈະຂໍແລກປ່ຽນດ້ວຍສວນອະງຸ່ນທີ່ດີຫລາຍກວ່ານີ້ ຫລື ຖ້າເຈົ້າພໍໃຈ, ເຮົາກໍຈະຈ່າຍໃຫ້ເຈົ້າເຕັມລາຄາ”.3ແຕ່ນາໂບດໄດ້ຕອບວ່າ, “ພຣະເຈົ້າຢາເວໄດ້ຫ້າມບໍ່ໃຫ້ຂ້ານ້ອຍມອບມໍລະດົກຂອງບັນພະບຸລຸດຂອງຂ້ານ້ອຍໃຫ້ແກ່ທ່ານ”.4ດັ່ງນັ້ນ ອາຮາບຈຶ່ງກັບໄປເຮືອນດ້ວຍຄວາມໃຈຮ້າຍ ແລະ ເຄືອງໃຈທີ່ນາໂບດຊາວຢິດຊະເຣນເວົ້າວ່າ, “ຂ້ານ້ອຍຈະບໍ່ມອບມໍລະດົກຂອງບັນພະບຸລຸດຂອງຂ້ານ້ອຍໃຫ້ແກ່ທ່ານ”. ອາຮາບໄດ້ນອນລົງເທິງຕຽງຂອງຕົນ ຫັນໜ້າເຂົ້າຝາ ແລະ ບໍ່ຍອມກິນອາຫານ.5ນາງເຢເຊເບນເມຍຂອງເພິ່ນໄດ້ເຂົ້າມາຖາມເພິ່ນວ່າ, “ເປັນຫຍັງທ່ານຈຶ່ງເຄືອງໃຈຢ່າງນີ້? ດ້ວຍເຫດໃດຈຶ່ງບໍ່ຍອມກິນອາຫານ?”6ອາຮາບໄດ້ຕອບວ່າ, “ເພາະເຮົາໄດ້ເວົ້າກັບນາໂບດຄົນຢິດຊະເຣນວ່າ, ‘ຈົ່ງຂາຍສວນອະງຸ່ນຂອງເຈົ້າໃຫ້ເຮົາ ຫລື ຖ້າເຈົ້າພໍໃຈ, ເຮົາຈະແລກປ່ຽນສວນອະງຸ່ນຂອງເຈົ້າກັບອີກບ່ອນໜຶ່ງ’. ແຕ່ລາວໄດ້ເວົ້າວ່າ, ‘ຂ້ານ້ອຍຈະບໍ່ມອບສວນອະງຸ່ນຂອງຂ້ານ້ອຍໃຫ້ແກ່ທ່ານ’ ”.7ເຢເຊເບນເມຍຂອງເພິ່ນໄດ້ເວົ້າວ່າ, “ທ່ານເປັນກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? ລຸກຂຶ້ນມາ ແລະ ກິນອາຫານ! ຢ່າກັງວົນໃຈໃນເລື່ອງນັ້ນເລີຍ. ຂ້ານ້ອຍຈະເອົາສວນອະງຸ່ນຂອງນາໂບດແຫ່ງຢິດຊະເຣນມາໃຫ້ທ່ານ”.8ແລ້ວນາງຈຶ່ງໄດ້ຂຽນຈົດໝາຍໃນນາມອາຮາບ, ປະທັບຕາຂອງອາຮາບເທິງຈົດໝາຍເຫລົ່ານັ້ນ ແລ້ວສົ່ງໄປຫາບັນດາຜູ້ອາວຸໂສ ແລະ ຂຸນນາງທີ່ອາໄສຢູ່ໃນເມືອງດຽວກັບນາໂບດ.9ໃນຈົດໝາຍເຫລົ່ານັ້ນນາງໄດ້ຂຽນວ່າ:“ຈົ່ງປະກາດວັນຖືສິນອົດອາຫານ ແລ້ວໃຫ້ນາໂບດນັ່ງໃນບ່ອນທີ່ໂດດເດັ່ນໃນທ່າມກາງປະຊາຊົນ.10ແຕ່ໃຫ້ຫາຄົນຊົ່ວສອງຄົນມານັ່ງຢູ່ກົງກັນຂ້າມກັບນາໂບດ ແລະ ໃຫ້ພວກເຂົາແຈ້ງຂໍ້ຫາວ່ານາໂບດໄດ້ປ້ອຍດ່າທັງພຣະເຈົ້າ ແລະ ກະສັດ. ແລ້ວເອົາໂຕນາໂບດອອກໄປ ແລະ ເອົາຫີນແກວ່ງໃສ່ລາວໃຫ້ຕາຍ”.11ບັນດາຜູ້ອາວຸໂສ ແລະ ຂຸນນາງທີ່ອາໄສຢູ່ໃນເມືອງດຽວກັບນາໂບດຈຶ່ງໄດ້ເຮັດຕາມທີ່ເຢເຊເບນສັ່ງມາໃນຈົດໝາຍທີ່ນາງໄດ້ຂຽນຫາພວກເຂົານັ້ນ.12ພວກເຂົາໄດ້ປະກາດໃຫ້ຖືສິນອົດອາຫານ ແລະ ໃຫ້ນາໂບດນັ່ງຢູ່ໃນບ່ອນທີ່ໂດດເດັ່ນໃນທ່າມກາງທີ່ປະຊາຊົນ.13ຫລັງຈາກນັ້ນ ມີຄົນຊົ່ວສອງຄົນໄດ້ມານັ່ງຢູ່ກົງກັນຂ້າມກັບນາໂບດ ແລະ ໄດ້ແຈ້ງຂໍ້ຫາໃສ່ນາໂບດຕໍ່ໜ້າປະຊາຊົນວ່າ, “ນາໂບດໄດ້ປ້ອຍດ່າທັງພຣະເຈົ້າ ແລະ ກະສັດ”. ດັ່ງນັ້ນ ພວກເຂົາຈຶ່ງລາກນາໂບດອອກໄປນອກເມືອງ ແລະ ເອົາຫີນແກວ່ງໃສ່ລາວຈົນຕາຍ.14ແລ້ວພວກເຂົາກໍໄດ້ສົ່ງຂໍ້ຄວາມໄປຫານາງເຢເຊເບນວ່າ, “ນາໂບດຖືກຫີນແກວ່ງໃສ່ຕາຍແລ້ວ”.15ທັນທີທີ່ເຢເຊເບນຮູ້ວ່ານາໂບດຖືກຫີນແກວ່ງໃສ່ຕາຍແລ້ວ ນາງ ກໍໄດ້ເວົ້າກັບອາຮາບວ່າ, “ລຸກຂຶ້ນ ແລະ ໄປຢຶດຄອງສວນອະງຸ່ນຂອງນາໂບດຊາວຢິດຊະເຣນທີ່ລາວບໍ່ຍອມຂາຍໃຫ້ທ່ານ. ລາວບໍ່ມີຊີວິດຢູ່ອີກແລ້ວ, ລາວຕາຍແລ້ວ”.16ເມື່ອອາຮາບໄດ້ຍິນວ່ານາໂບດຕາຍແລ້ວ ເພິ່ນກໍລຸກຂຶ້ນ ແລະ ໄປຢຶດຄອງສວນອະງຸ່ນຂອງນາໂບດ.17ແລ້ວຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເອລີຢາຊາວຕີຊະເບວ່າ,18“ຈົ່ງລົງໄປພົບກະສັດອາຮາບແຫ່ງອິດສະຣາເອນ, ຜູ້ທີ່ປົກຄອງຢູ່ໃນຊາມາເຣຍ. ຂະນະນີ້ລາວຢູ່ທີ່ສວນອະງຸ່ນຂອງນາໂບດ, ບ່ອນທີ່ລາວໄປຢຶດເອົາມາ.19ຈົ່ງບອກລາວວ່າ, ‘ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ວ່າ, ເຈົ້າໄດ້ຂ້າຄົນໜຶ່ງ ແລະ ຢຶດເອົາຊັບສິນຂອງລາວມາແມ່ນບໍ?’ ແລ້ວບອກລາວວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ໝາຈະເລຍເລືອດຂອງເຈົ້າເອງຢູ່ບ່ອນທີ່ໝາໄດ້ເລຍເລືອດຂອງນາໂບດ!’ ”20ອາຮາບໄດ້ເວົ້າກັບເອລີຢາວ່າ, “ໂອ ສັດຕູຂອງເຮົາ ເຈົ້າພົບກັບເຮົາອີກແລ້ວ!”
ເອລີຢາໄດ້ຕອບວ່າ, “ຂ້ານ້ອຍມາພົບທ່ານ, ເພາະທ່ານໄດ້ຂາຍທ່ານເອງໃຫ້ກັບການເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ.21ພຣະອົງຈຶ່ງໄດ້ກ່າວວ່າ, ‘ເຮົາຈະກວາດລ້າງເຊື້ອສາຍຂອງເຈົ້າ ແລະ ຕັດຜູ້ຊາຍທຸກຄົນໃນອິດສະຣາເອນອອກຈາກອາຮາບ ບໍ່ວ່າຈະເປັນຂ້າທາດ ຫລື ເປັນອິດສະຫລະ.22ເຮົາຈະເຮັດກັບເຊື້ອສາຍຂອງເຈົ້າເໝືອນດັ່ງທີ່ເຮັດກັບເຊື້ອສາຍຂອງເຢໂຣໂບອາມ ລູກຊາຍຂອງເນບັດ ແລະ ເຊື້ອສາຍຂອງບາອາຊາ ລູກຊາຍຂອງອາຮີຢາ ເພາະເຈົ້າໄດ້ຍົວະໃຫ້ເຮົາໃຈຮ້າຍ ແລະ ເຮັດໃຫ້ອິດສະຣາເອນເຮັດບາບ’.23“ແລະ ພຣະເຈົ້າຢາເວຍັງກ່າວກ່ຽວກັບນາງເຢເຊເບນວ່າ, ‘ໝາຈະກັດກິນເຢເຊເບນຢູ່ຂ້າງກຳແພງຂອງ ຢິດຊະເຣນ’.24“ບັນດາຄົນໃນຕະກຸນຂອງອາຮາບທີ່ຕາຍຢູ່ໃນເມືອງຈະຖືກໝາກັດກິນ ສ່ວນບັນດາຄົນທີ່ຕາຍໃນທົ່ງນາຈະຖືກນົກຕອດກິນ”.25(ບໍ່ເຄີຍມີຜູ້ໃດເໝືອນອາຮາບຜູ້ຂາຍຕົນເອງໃຫ້ກັບການເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວຕາມການຊັກຊວນຂອງເຢເຊເບນເມຍຂອງເພິ່ນ.26ອາຮາບໄດ້ເຮັດບາບທີ່ຮ້າຍແຮງທີ່ສຸດ ໂດຍຫັນໄປຕິດຕາມຮູບເຄົາລົບຕ່າງໆຕາມແບບຢ່າງຂອງຊາວອາໂມ ເຊິ່ງພຣະເຈົ້າຢາເວໄດ້ຂັບໄລ່ອອກໄປໃຫ້ພົ້ນຈາກອິດສະຣາເອນ).27ເມື່ອອາຮາບໄດ້ຟັງຖ້ອຍຄຳເຫລົ່ານີ້ແລ້ວ ເພິ່ນກໍຈີກເຄື່ອງນຸ່ງຂອງຕົນອອກ, ສວມຜ້າກະສອບ ແລະ ອົດອາຫານ. ເພິ່ນນອນໃນຜ້າກະສອບ ແລະ ຍ່າງໄປມາຢ່າງຖ່ອມຕົວ.28ແລ້ວກໍມີຖ້ອຍຄຳພຣະເຈົ້າຢາເວມາເຖິງເອລີຢາຊາວຕີຊະເບວ່າ:29“ເຈົ້າເຫັນບໍ່ວ່າອາຮາບໄດ້ຖ່ອມໃຈລົງຕໍ່ໜ້າເຮົາ? ເພາະລາວຖ່ອມໃຈລົງ ເຮົາຈະບໍ່ໃຫ້ເກີດໄພພິບັດນີ້ໃນຊົ່ວຊີວິດຂອງລາວ ແຕ່ຈະໃຫ້ເກີດແກ່ເຊື້ອສາຍຂອງລາວໃນສະໄໝຂອງລູກຂອງລາວ”.
Biblica, Inc.