1 ໂຢຮັນ3
1ເບິ່ງແມ, ຄວາມຮັກທີ່ພຣະບິດາເຈົ້າມີຕໍ່ພວກເຮົາທັງຫລາຍນັ້ນຍິ່ງໃຫຍ່ປານໃດ, ເຊິ່ງພວກເຮົາຄວນຖືກເອີ້ນວ່າ ບັນດາລູກຂອງພຣະເຈົ້າ! ແລະ ພວກເຮົາກໍເປັນຢ່າງນັ້ນແລ້ວ. ເຫດຜົນທີ່ໂລກບໍ່ຮູ້ຈັກພວກເຮົາກໍເພາະໂລກບໍ່ຮູ້ຈັກພຣະອົງ.2ເພື່ອນທີ່ຮັກທັງຫລາຍເອີຍ, ບັດນີ້ພວກເຮົາເປັນລູກຂອງພຣະເຈົ້າແລ້ວ ແລະ ພວກເຮົາຈະເປັນຢ່າງໃດນັ້ນພວກເຮົາຍັງບໍ່ທັນຖືກສະແດງໃຫ້ຮູ້. ແຕ່ພວກເຮົາຮູ້ວ່າເມື່ອພຣະຄຣິດເຈົ້າມາປາກົດ, ພວກເຮົາຈະເປັນເໝືອນພຣະອົງ ເພາະພວກເຮົາຈະເຫັນພຣະອົງຢ່າງທີ່ພຣະອົງເປັນ.3ທຸກຄົນທີ່ມີຄວາມຫວັງໃນພຣະອົງຢ່າງນີ້ຄວນຊຳລະຕົນເອງໃຫ້ບໍລິສຸດ, ເໝືອນດັ່ງທີ່ພຣະອົງບໍລິສຸດ.4ທຸກຄົນທີ່ເຮັດບາບກໍລະເມີດກົດບັນຍັດ, ແທ້ຈິງແລ້ວ, ບາບກໍຄືການລະເມີດກົດບັນຍັດ.5ແຕ່ພວກເຈົ້າທັງຫລາຍກໍຮູ້ແລ້ວວ່າພຣະອົງໄດ້ມາປາກົດກໍເພື່ອເອົາຄວາມບາບຂອງພວກເຮົາອອກໄປ. ແລະ ໃນພຣະອົງນັ້ນບໍ່ມີບາບເລີຍ.6ບໍ່ມີຜູ້ໃດທີ່ຢູ່ໃນພຣະອົງແລ້ວຍັງເຮັດບາບຕໍ່ໄປ. ບໍ່ມີຜູ້ໃດທີ່ເຮັດບາບຕໍ່ໄປແລ້ວໄດ້ເຫັນ ແລະ ໄດ້ຮູ້ຈັກພຣະອົງ.7ລູກທີ່ຮັກທັງຫລາຍເອີຍ, ຢ່າປ່ອຍໃຫ້ຜູ້ໃດມາຊັກຈູງພວກເຈົ້າໃຫ້ຫລົງຜິດ. ຜູ້ທີ່ເຮັດສິ່ງທີ່ຖືກຕ້ອງກໍເປັນຜູ້ຊອບທຳ ເໝືອນດັ່ງທີ່ພຣະອົງຊອບທຳ.8ຜູ້ທີ່ເຮັດບາບກໍມາຈາກມານຮ້າຍ ເພາະມານຮ້າຍເຮັດບາບມາຕັ້ງແຕ່ປະຖົມມະການ. ເຫດຜົນທີ່ພຣະບຸດຂອງພຣະເຈົ້າມາປາກົດກໍຄືເພື່ອທຳລາຍກິດຈະການຂອງມານຮ້າຍ.9ບໍ່ມີຜູ້ໃດທີ່ເກີດຈາກພຣະເຈົ້າແລ້ວຍັງເຮັດບາບຕໍ່ໄປ, ເພາະວ່າເມັດພັນຂອງພຣະເຈົ້າດຳລົງຢູ່ໃນພວກເຂົາ, ພວກເຂົາບໍ່ສາມາດເຮັດບາບຕໍ່ໄປເພາະພວກເຂົາໄດ້ເກີດຈາກພຣະເຈົ້າ.10ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າຜູ້ໃດເປັນລູກຂອງພຣະເຈົ້າ ແລະ ຜູ້ໃດເປັນລູກຂອງມານຮ້າຍຄື: ຜູ້ໃດກໍຕາມບໍ່ເຮັດສິ່ງທີ່ຖືກຕ້ອງ ຫລື ຜູ້ໃດກໍຕາມທີ່ບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ແມ່ນລູກຂອງພຣະເຈົ້າ.
ເພີ່ມເຕີມກ່ຽວກັບຄວາມຮັກ ແລະ ຄວາມກຽດຊັງ
11ເພາະນີ້ເປັນຖ້ອຍຄຳທີ່ພວກເຈົ້າທັງຫລາຍໄດ້ຍິນມາຕັ້ງແຕ່ຕົ້ນຄື: ພວກເຮົາຄວນຮັກເຊິ່ງກັນແລະກັນ.12ຢ່າເປັນເໝືອນກາອິນຜູ້ເປັນຝ່າຍມານຊົ່ວຮ້າຍ ແລະ ໄດ້ຂ້ານ້ອງຊາຍຂອງຕົນ. ເປັນຫຍັງລາວຈຶ່ງຂ້ານ້ອງຊາຍ? ກໍເພາະການກະທຳຂອງຕົນເອງຊົ່ວຮ້າຍ ແລະ ການກະທຳຂອງນ້ອງຊາຍນັ້ນຊອບທຳ.13ພີ່ນ້ອງທັງຫລາຍເອີຍ, ຢ່າປະຫລາດໃຈ ຖ້າໂລກນີ້ກຽດຊັງພວກເຈົ້າ.14ພວກເຮົາຮູ້ຈັກແລ້ວວ່າພວກເຮົາໄດ້ຜ່ານພົ້ນຄວາມຕາຍເຂົ້າສູ່ຊີວິດແລ້ວ, ເພາະວ່າພວກເຮົາຮັກເຊິ່ງກັນແລະກັນ. ຜູ້ໃດກໍຕາມທີ່ບໍ່ຮັກ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ.15ຜູ້ໃດກໍຕາມທີ່ກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍເປັນຜູ້ຂ້າຄົນ ແລະ ພວກເຈົ້າທັງຫລາຍກໍຮູ້ແລ້ວວ່າບໍ່ມີຜູ້ຂ້າຄົນຜູ້ໃດທີ່ມີຊີວິດນິລັນດອນເປັນຂອງຜູ້ນັ້ນ.16ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າຄວາມຮັກຄືອັນໃດ ກໍຄືພຣະເຢຊູຄຣິດເຈົ້າສະຫລະຊີວິດຂອງພຣະອົງເພື່ອພວກເຮົາ ແລະ ພວກເຮົາກໍຄວນສະຫລະຊີວິດຂອງພວກເຮົາເພື່ອພີ່ນ້ອງ.17ຖ້າຜູ້ໃດມີຊັບສິ່ງຂອງ ແລະ ເຫັນພີ່ນ້ອງຂອງຕົນຂັດສົນແຕ່ຍັງບໍ່ສົງສານພວກເຂົາ, ຄວາມຮັກຂອງພຣະເຈົ້າຈະຢູ່ໃນຜູ້ນັ້ນໄດ້ຢ່າງໃດ?18ລູກທີ່ຮັກເອີຍ, ຢ່າໃຫ້ພວກເຮົາຮັກກັນດ້ວຍຄຳເວົ້າ ແລະ ຄຳປາໄສເທົ່ານັ້ນ ແຕ່ໃຫ້ພວກເຮົາຮັກກັນດ້ວຍການກະທຳ ແລະ ດ້ວຍຄວາມຈິງ.19ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າພວກເຮົາຢູ່ຝ່າຍຄວາມຈິງ ແລະ ເຮັດໃຫ້ໃຈຂອງພວກເຮົາພັກສະຫງົບຕໍ່ໜ້າພຣະເຈົ້າຄື:20ຖ້າຫາກໃຈຂອງພວກເຮົາກ່າວໂທດຕົນເອງ, ພວກເຮົາກໍຮູ້ແລ້ວວ່າພຣະເຈົ້າຍິ່ງໃຫຍ່ກວ່າໃຈຂອງພວກເຮົາ ແລະ ພຣະອົງຮູ້ຈັກທຸກສິ່ງ.21ເພື່ອນທີ່ຮັກທັງຫລາຍເອີຍ, ຖ້າໃຈຂອງພວກເຮົາບໍ່ກ່າວໂທດຕົນເອງ, ພວກເຮົາກໍໝັ້ນໃຈຕໍ່ໜ້າພຣະເຈົ້າ22ແລະ ໄດ້ຮັບທຸກສິ່ງທີ່ພວກເຮົາຂໍຈາກພຣະອົງ, ເພາະພວກເຮົາຖືຮັກສາຄຳສັ່ງຂອງພຣະອົງ ແລະ ເຮັດໃນສິ່ງທີ່ພຣະອົງພໍໃຈ.23ແລະ ນີ້ແມ່ນຄຳສັ່ງຂອງພຣະອົງຄື: ໃຫ້ເຊື່ອໃນນາມຂອງພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ ແລະ ຈົ່ງຮັກເຊິ່ງກັນແລະກັນຕາມທີ່ພຣະອົງໄດ້ສັ່ງພວກເຮົາໄວ້ນັ້ນ.24ຜູ້ໃດທີ່ຖືຮັກສາຄຳສັ່ງຂອງພຣະເຈົ້າກໍດຳເນີນຊີວິດຢູ່ໃນພຣະອົງ ແລະ ພຣະອົງກໍຢູ່ໃນພວກເຂົາ. ນີ້ແມ່ນວິທີທີ່ພວກເຮົາຈະຮູ້ວ່າພຣະອົງຢູ່ໃນພວກເຮົາຄື: ພວກເຮົາຮູ້ໂດຍພຣະວິນຍານທີ່ພຣະອົງໄດ້ໃຫ້ແກ່ພວກເຮົາ.Biblica, Inc.