1 ໂຢຮັນ1
ພຣະທຳແຫ່ງຊີວິດ
1ພວກເຮົາໄດ້ປະກາດກ່ຽວກັບພຣະທຳແຫ່ງຊີວິດ ເຊິ່ງດຳລົງຢູ່ຕັ້ງແຕ່ປະຖົມມະການ, ເຊິ່ງພວກເຮົາໄດ້ຍິນ, ເຊິ່ງພວກເຮົາໄດ້ເຫັນກັບຕາ, ເຊິ່ງພວກເຮົາໄດ້ແນມເບິ່ງ ແລະ ໄດ້ສຳພັດດ້ວຍມືຂອງພວກເຮົາ.2ຊີວິດນີ້ໄດ້ປາກົດຂຶ້ນແລ້ວ, ພວກເຮົາໄດ້ເຫັນ, ໄດ້ເປັນພະຍານ ແລະ ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງຊີວິດນິລັນດອນ ເຊິ່ງດຳລົງຢູ່ກັບພຣະບິດາເຈົ້າ ແລະ ໄດ້ປາກົດແກ່ພວກເຮົາ.3ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນ ເພື່ອພວກເຈົ້າຈະໄດ້ຮ່ວມສາມັກຄີທຳກັບພວກເຮົາ. ແລະ ຄວາມສາມັກຄີທຳຂອງພວກເຮົາກັບພຣະບິດາເຈົ້າ ແລະ ກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ.4ພວກເຮົາຂຽນຂໍ້ຄວາມເຫລົ່ານີ້ມາເພື່ອໃຫ້ຄວາມຊື່ນຊົມຍິນດີຂອງພວກເຮົາ ທັງຫລາຍຄົບເຕັມບໍລິບູນ.ຄວາມສະຫວ່າງ ແລະ ຄວາມມືດ, ຄວາມບາບ ແລະ ການໃຫ້ອະໄພ
5ນີ້ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ພວກເຈົ້າຄື: ພຣະເຈົ້າເປັນຄວາມສະຫວ່າງ, ໃນພຣະອົງບໍ່ມີຄວາມມືດເລີຍ.6ຖ້າພວກເຮົາອ້າງວ່າມີຄວາມສາມັກຄີທຳກັບພຣະອົງແຕ່ຍັງເດີນຢູ່ໃນຄວາມມືດ ພວກເຮົາກໍຕົວະ ແລະ ບໍ່ໄດ້ດຳເນີນຊີວິດໂດຍຄວາມຈິງ.7ແຕ່ຖ້າພວກເຮົາເດີນຢູ່ໃນຄວາມສະຫວ່າງເໝືອນດັ່ງພຣະອົງຢູ່ໃນຄວາມສະຫວ່າງ, ພວກເຮົາກໍຮ່ວມສາມັກຄີທຳດ້ວຍກັນ ແລະ ໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະພວກເຮົາຈາກຄວາມບາບທັງໝົດ. 8ຖ້າພວກເຮົາອ້າງວ່າບໍ່ມີບາບ, ພວກເຮົາກໍຫລອກລວງຕົນເອງ ແລະ ຄວາມຈິງບໍ່ໄດ້ຢູ່ໃນພວກເຮົາເລີຍ.9ຖ້າພວກເຮົາສາລະພາບບາບທັງຫລາຍຂອງພວກເຮົາ, ພຣະອົງສັດຊື່ ແລະ ທ່ຽງທຳຈະອະໄພບາບຂອງພວກເຮົາ ແລະ ຊຳລະພວກເຮົາໃຫ້ພົ້ນຈາກຄວາມອະທຳທັງໝົດ.10ຖ້າພວກເຮົາອ້າງວ່າບໍ່ໄດ້ເຮັດບາບ ພວກເຮົາກໍເຮັດໃຫ້ພຣະອົງເປັນຜູ້ຕົວະ ແລະ ພຣະຄຳຂອງພຣະອົງກໍບໍ່ໄດ້ຢູ່ໃນພວກເຮົາເລີຍ.Biblica, Inc.