1 ໂກຣິນໂທ3
ເລື່ອງການແຕກແຍກໃນຄຣິສຕະຈັກ
1ພີ່ນ້ອງທັງຫລາຍເອີຍ, ເຮົາບໍ່ສາມາດເວົ້າກັບພວກເຈົ້າເໝືອນດັ່ງຄົນທີ່ດຳເນີນຊີວິດໂດຍພຣະວິນຍານ ແຕ່ຕ້ອງໄດ້ເວົ້າກັບພວກເຈົ້າເໝືອນດັ່ງຄົນທີ່ຍັງຢູ່ຝ່າຍໂລກ ຄືຜູ້ທີ່ຍັງເປັນເດັກນ້ອຍໃນພຣະຄຣິດເຈົ້າ.2ເຮົາໄດ້ປ້ອນພວກເຈົ້າດ້ວຍນ້ຳນົມ ບໍ່ແມ່ນດ້ວຍອາຫານແຂງ, ເພາະວ່າພວກເຈົ້າຍັງບໍ່ສາມາດຮັບອາຫານນັ້ນໄດ້ເທື່ອ. ແທ້ຈິງແລ້ວ ພວກເຈົ້າກໍຍັງບໍ່ພ້ອມເທື່ອ.3ພວກເຈົ້າຍັງຢູ່ຝ່າຍໂລກ. ເພາະເນື່ອງຈາກວ່າຍັງມີການອິດສາກັນ ແລະ ການຜິດຖຽງກັນໃນທ່າມກາງພວກເຈົ້າຢູ່, ພວກເຈົ້າຢູ່ຝ່າຍໂລກບໍ່ແມ່ນບໍ? ພວກເຈົ້າບໍ່ໄດ້ປະພຶດຕົນເໝືອນດັ່ງມະນຸດທຳມະດາບໍ?4ເພາະໃນເມື່ອຜູ້ໜຶ່ງເວົ້າວ່າ, “ຂ້ອຍຕິດຕາມໂປໂລ,” ແລະ ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມອາໂປໂລ,” ພວກເຈົ້າກໍເປັນພຽງມະນຸດທຳມະດາບໍ່ແມ່ນບໍ?5ອາໂປໂລແມ່ນຜູ້ໃດ? ແລະ ໂປໂລແມ່ນຜູ້ໃດ? ກໍເປັນພຽງຜູ້ຮັບໃຊ້ເທົ່ານັ້ນ, ຄືຜູ້ທີ່ນຳພວກເຈົ້າມາເຊື່ອ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໜ້າທີ່ໃຫ້ແຕ່ລະຄົນ.6ເຮົາເປັນຜູ້ປູກເມັດພືດ, ອາໂປໂລເປັນຜູ້ຫົດນ້ຳເມັດພືດນັ້ນ, ແຕ່ພຣະເຈົ້າເຮັດໃຫ້ເມັດພືດນັ້ນເຕີບໃຫຍ່ຂຶ້ນ.7ດັ່ງນັ້ນ ບໍ່ວ່າຜູ້ປູກ ຫລື ຜູ້ຫົດນ້ຳກໍບໍ່ສຳຄັນອັນໃດ, ແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຮັດໃຫ້ສິ່ງຕ່າງໆນັ້ນເຕີບໃຫຍ່ຂຶ້ນ.8ຜູ້ປູກ ແລະ ຜູ້ຫົດນ້ຳກໍມີຈຸດປະສົງດຽວກັນ ແລະ ພວກເຂົາແຕ່ລະຄົນກໍຈະໄດ້ຮັບບຳເໜັດຕາມການງານຂອງຕົນ.9ເພາະພວກເຮົາເປັນຜູ້ຮ່ວມກັນທຳງານໃນການຮັບໃຊ້ຂອງພຣະເຈົ້າ; ພວກເຈົ້າທັງຫລາຍເປັນໄຮ່ນາຂອງພຣະເຈົ້າ, ເປັນຕຶກຂອງພຣະເຈົ້າ.10ໂດຍພຣະຄຸນທີ່ພຣະເຈົ້າໄດ້ໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກຖານເໝືອນດັ່ງນາຍຊ່າງທີ່ສະຫລາດ ແລະ ຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ. ແຕ່ວ່າແຕ່ລະຄົນຄວນກໍ່ຂຶ້ນດ້ວຍຄວາມລະວັງ.11ເພາະວ່າບໍ່ມີຜູ້ໃດຈະສາມາດວາງຮາກຖານອື່ນອີກ ນອກຈາກຮາກຖານທີ່ໄດ້ວາງໄວ້ແລ້ວນັ້ນ ຄືພຣະເຢຊູຄຣິດເຈົ້າ.12ຖ້າຜູ້ໃດຈະໃຊ້ຄຳ, ເງິນ, ຫີນທີ່ມີລາຄາແພງ, ໄມ້, ຫຍ້າແຫ້ງ, ຫລື ເຟືອງແຫ້ງ ເພື່ອກໍ່ຂຶ້ນເທິງຮາກຖານນັ້ນ,13ຜົນງານຂອງພວກເຂົາກໍຈະປາກົດໃຫ້ເຫັນວ່າເປັນຢ່າງໃດ, ເພາະວ່າວັນນັ້ນສິ່ງນີ້ຈະປາກົດໃຫ້ເຫັນແຈ່ມແຈ້ງ. ຜົນງານຂອງພວກເຂົາຈະຖືກເປີດເຜີຍດ້ວຍໄຟ, ແລ້ວໄຟນັ້ນກໍຈະທົດສອບຄຸນນະພາບຜົນງານຂອງແຕ່ລະຄົນ.14ຖ້າສິ່ງທີ່ລາວກໍ່ຂຶ້ນຍັງຄົງຢູ່ ຜູ້ກໍ່ນັ້ນກໍຈະໄດ້ຮັບລາງວັນ.15ແຕ່ຖ້າສິ່ງທີ່ລາວກໍ່ຂຶ້ນຖືກເຜົາໄໝ້, ຜູ້ກໍ່ນັ້ນກໍຈະສູນສິ້ນໄປ ແຕ່ກໍຍັງຈະໄດ້ພົ້ນ ແຕ່ເໝືອນຄົນທີ່ພົ້ນຈາກໄຟເທົ່ານັ້ນ.16ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເອງເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າກໍສະຖິດຢູ່ພາຍໃນພວກເຈົ້າ?17ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າຈະທຳລາຍຜູ້ນັ້ນ. ເພາະວິຫານຂອງພຣະເຈົ້າເປັນທີ່ສັກສິດ ແລະ ພວກເຈົ້າທີ່ຮ່ວມກັນນັ້ນແຫລະເປັນວິຫານນັ້ນ.18ຢ່າຫລອກລວງຕົນເອງ. ຖ້າຜູ້ໃດໃນພວກເຈົ້າຄິດວ່າຕົນເປັນຄົນສະຫລາດຕາມມາດຕະຖານຂອງຄົນຍຸກນີ້ ຜູ້ນັ້ນກໍຄວນຈະກາຍເປັນ “ຄົນໂງ່” ເພື່ອວ່າພວກເຈົ້າຈະກາຍເປັນຄົນສະຫລາດ.19ເພາະສະຕິປັນຍາຂອງໂລກນີ້ກໍເປັນຄວາມໂງ່ໃນສາຍຕາຂອງພຣະເຈົ້າ. ຕາມທີ່ມີຂຽນໄວ້ວ່າ: “ພຣະອົງຈັບຄົນສະຫລາດດ້ວຍເລ້ຫລ່ຽມຂອງພວກເຂົາເອງ”. 20ແລະ ມີຂຽນໄວ້ອີກວ່າ: “ອົງພຣະຜູ້ເປັນເຈົ້າຮູ້ວ່າຄວາມຄິດຂອງຄົນສະຫລາດນັ້ນບໍ່ມີປະໂຫຍດ”. 21ດັ່ງນັ້ນແຫລະ ຢ່າໂອ້ອວດເຖິງຜູ້ນຳທີ່ເປັນມະນຸດອີກເລີຍ! ດ້ວຍວ່າ ສິ່ງທັງໝົດກໍເປັນຂອງພວກເຈົ້າແລ້ວ,22ບໍ່ວ່າໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດກໍເປັນຂອງພວກເຈົ້າ,23ແລະ ພວກເຈົ້າກໍເປັນຂອງພຣະຄຣິດເຈົ້າ ແລະ ພຣະຄຣິດເຈົ້າເປັນຂອງພຣະເຈົ້າ.Biblica, Inc.