1 ຂ່າວຄາວ20
ການຢຶດເມືອງຣັບບາ
1ໃນລະດູໃບໄມ້ປົ່ງ, ເປັນເວລາທີ່ບັນດາກະສັດອອກໄປເຮັດເສິກ, ໂຢອາບໄດ້ນຳທະຫານອອກໄປ. ລາວໄດ້ທຳລາຍດິນແດນຂອງຊາວອຳໂມນ ແລ້ວໄດ້ປິດລ້ອມເມືອງຣັບບາໄວ້, ແຕ່ດາວິດຍັງຢູ່ໃນເຢຣູຊາເລັມ. ໂຢອາບໄດ້ໂຈມຕີຣັບບາ ແລະ ປະຖິ້ມໄວ້ໃຫ້ເປັນຊາກເພພັງ.2ດາວິດໄດ້ເອົາມົງກຸດຈາກຫົວຂອງບັນດາກະສັດ ຂອງພວກເຂົາມາສວມເທິງຫົວຂອງຕົນ ມົງກຸດນັ້ນເຮັດດ້ວຍຄໍາໜັກໜຶ່ງຕະລັນຕົນ, ແລະ ປະດັບດ້ວຍເພັດຕ່າງໆ. ດາວິດໄດ້ປຸ້ນມາຈາກເມືອງນັ້ນເປັນຈຳນວນຫລາຍ.3ແລະ ໄດ້ເອົາປະຊາຊົນຢູ່ທີ່ນັ້ນ, ມາເຮັດວຽກໂດຍໃຊ້ເລື່ອຍ ຈົກ ສຽມ ແລະ ຂວານ. ດາວິດໄດ້ເຮັດເຊັ່ນນີ້ກັບທຸກເມືອງຂອງຊາວອຳໂມນ. ແລ້ວເພິ່ນ ແລະ ກອງທັບກໍກັບຄືນໄປທີ່ເຢຣູຊາເລັມ.ການເຮັດເສິກກັບຊາວຟີລິດສະຕິນ
4ຕໍ່ມາ, ມີການສູ້ຮົບກັບຊາວຟີລິດສະຕິນ, ທີ່ເກເຊ. ໃນເວລານັ້ນສິບເບກາຍຊາວຮູຊາໄດ້ຂ້າສິບປາຍທີ່ເປັນຜູ້ໜຶ່ງໃນເຊື້ອສາຍຂອງຄົນຮ່າງໃຫຍ່ຂອງຊາວເຣຟາອິມ ແລະ ຊາວຟີລິດສະຕິນກໍໄດ້ພ່າຍແພ້.5ໃນການສູ້ຮົບກັບຊາວຟີລິດສະຕິນອີກຄັ້ງໜຶ່ງ, ເອນຮານານລູກຊາຍຂອງຢາອີໄດ້ຂ້າລາຮະມີນ້ອງຊາຍຂອງໂກລີອາດຊາວກາດ, ຜູ້ທີ່ຖືຫອກດ້າມໃຫຍ່ເໝືອນໄມ້ທີ່ໃຊ້ຕ່ຳຫູກ.6ໃນການສູ້ຮົບອີກຄັ້ງ, ເຊິ່ງໄດ້ເກີດຂຶ້ນທີ່ເມືອງກາດ ຄົນຮູບຮ່າງໃຫຍ່ທີ່ມີນິ້ວມືນິ້ວຕີນເບື້ອງລະຫົກນິ້ວລວມທັງໝົດມີຊາວສີ່ນິ້ວ. ລາວເປັນເຊື້ອສາຍຂອງຣາຟາເໝືອນກັນ.7ເມື່ອລາວໄດ້ເວົ້າເຢາະເຢີ້ຍຊາວອິດສະຣາເອນ, ໂຢນາທານລູກຊາຍຂອງຊີເມອາອ້າຍຂອງດາວິດໄດ້ຂ້າລາວ.8ຄົນເຫລົ່ານີ້ເປັນເຊື້ອສາຍຂອງຣາຟາໃນເມືອງກາດ, ແລ້ວພວກເຂົາໄດ້ຖືກດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າພວກເຂົາດ້ວຍມືຂອງຕົນ.Biblica, Inc.