1 ຂ່າວຄາວ18
ໄຊຊະນະຂອງດາວິດ
1ຕໍ່ມາ, ດາວິດໄດ້ເອົາຊະນະຊາວຟີລິດສະຕິນຢ່າງຮາບຄາບ ແລະ ເພິ່ນໄດ້ຢຶດເມືອງກາດ ແລະ ໝູ່ບ້ານທີ່ຢູ່ອ້ອມແອ້ມເມືອງນັ້ນຈາກການຄວບຄຸມຂອງຊາວຟີລິດສະຕິນ.2ດາວິດຍັງໄດ້ເອົາຊະນະຊາວໂມອາບດ້ວຍ ແລະ ພວກເຂົາຕົກເປັນເມືອງຂຶ້ນ ແລະ ນຳເອົາເຄື່ອງບັນນາການມາມອບໃຫ້ເພິ່ນ.3ຫລາຍກວ່ານັ້ນ, ດາວິດໄດ້ເອົາຊະນະກະສັດຮາດາເດເຊແຫ່ງໂຊບາ, ໃນບໍລິເວນໃກ້ກັບເມືອງຮາມັດ, ຂະນະທີ່ຮາດາເດເຊກໍຂຶ້ນສະຖາປະນາອຳນາດ ແຖບແມ່ນໍ້າເອີຟຣັດ.4ດາວິດໄດ້ຢຶດລົດມ້າຮົບໜຶ່ງພັນຄັນ, ທະຫານມ້າເຈັດພັນຄົນ ແລະ ທະຫານສອງໝື່ນຄົນ. ດາວິດໄດ້ຕັດເອັນຂາມ້າທັງໝົດ ຍົກເວັ້ນມ້າສຳລັບລົດຮົບໜຶ່ງຮ້ອຍໂຕ.5ເມື່ອຊາວອາຣາມແຫ່ງເມືອງດາມັສກັດມາຊ່ວຍກະສັດຮາດາເດເຊແຫ່ງເມືອງໂຊບາ, ດາວິດໄດ້ຂ້າພວກເຂົາ 22.000 ຄົນ.6ເພິ່ນໄດ້ວາງກຳລັງທະຫານໄວ້ໃນອານາຈັກຂອງຊາວອາຣາມແຫ່ງດາມັສກັດ ແລະ ຊາວອາຣາມກໍຍອມຢູ່ໃຕ້ອໍານາດຂອງເພິ່ນ ແລະ ຕ້ອງນໍາເຄື່ອງບັນນາການມາໃຫ້ເພິ່ນ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດໃນທຸກບ່ອນທີ່ເພິ່ນໄປ.7ດາວິດໄດ້ນຳເອົາໂລ່ຄຳຂອງບັນດາເຈົ້າໜ້າທີ່ຂອງກະສັດຮາດາເດເຊ ແລະ ໄດ້ນຳໂລ່ເຫລົ່ານັ້ນມາທີ່ເຢຣູຊາເລັມ.8ດາວິດໄດ້ນຳເອົາທອງສຳລິດເປັນຈຳນວນມະຫາສານມາຈາກເມືອງຕິບຮາດ ແລະ ເມືອງກູນ, ບັນດາເມືອງເຫລົ່ານີ້ຢູ່ພາຍໃຕ້ການປົກຄອງຂອງຮາດາເດເຊ. ເຊິ່ງໂຊໂລໂມນໄດ້ນໍາໃຊ້ທອງສຳຣິດເຫລົ່ານີ້ເຮັດຖັງນໍ້າ, ເສົາ ແລະ ເຄື່ອງໃຊ້ຕ່າງໆ.9ເມື່ອກະສັດໂຕອີແຫ່ງຮາມັດໄດ້ຍິນຂ່າວວ່າ ດາວິດໄດ້ເອົາຊະນະກອງທັບທັງໝົດຂອງກະສັດຮາດາເດເຊແຫ່ງໂຊບາ,10ເພິ່ນຈຶ່ງສົ່ງຮາໂດຣາມ ລູກຊາຍຂອງເພິ່ນມາຫາກະສັດດາວິດເພື່ອອວຍພອນເພິ່ນ ແລະ ສະແດງຄວາມດີໃຈນຳໄຊຊະນະຂອງເພິ່ນຕໍ່ກະສັດຮາດາເດເຊ, ຜູ້ທີ່ເຄີຍສູ້ຮົບກັນກັບໂຕອີມາກ່ອນ. ຮາໂດຣາມໄດ້ນຳເຄື່ອງໃຊ້ປະເພດຕ່າງໆທີ່ເຮັດດ້ວຍຄຳ, ເງິນ ແລະ ທອງສໍາລິດມາມອບໃຫ້ກະສັດດາວິດ.11ກະສັດດາວິດໄດ້ຖວາຍສິ່ງເຫລົ່ານີ້ແກ່ພຣະເຈົ້າຢາເວ ເພິ່ນໄດ້ເຮັດແບບດຽວກັນກັບເງິນ ແລະ ຄໍາທີ່ເພິ່ນໄດ້ມາຈາກຊົນຊາດທັງໝົດເຫລົ່ານີ້ຄື ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ ອາມາເຫລັກ.12ອາບີໄຊ ລູກຊາຍນາງເຊຣູອີຢາໄດ້ຂ້າຊາວເອໂດມ 18.000 ຄົນ ຢູ່ໃນຮ່ອມພູເກືອ.13ດາວິດໄດ້ວາງກຳລັງທະຫານໄວ້ໃນທົ່ວເອໂດມ ແລະ ຊາວເອໂດມທັງໝົດກໍຍອມຢູ່ໃຕ້ອໍານາດຂອງດາວິດ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດທຸກບ່ອນທີ່ເພິ່ນໄປ.ບັນດາຂ້າລາຊະການຂອງດາວິດ
14ດາວິດໄດ້ປົກຄອງທົ່ວແດນອິດສະຣາເອນ, ເພິ່ນເຮັດສິ່ງທີ່ຍຸຕິທຳ ແລະ ຖືກຕ້ອງເພື່ອປະຊາຊົນຂອງເພິ່ນທັງໝົດ.15ໂຢອາບລູກຊາຍນາງເຊຣູອີຢາເປັນຜູ້ບັນຊາການກອງທັບ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ຮັບຜິດຊອບບັນທຶກ;16ຊາດົກລູກຊາຍຂອງອາຮີຕຸບ ແລະ ແລະ ອາຮີເມເຫລັກ ລູກຊາຍຂອງອາບີອາທາເປັນປະໂລຫິດ; ຊະວາຊາເປັນເລຂາທິການ;17ຊາວເກເຣັດ ແລະ ຊາວເປເລັດເປັນຫົວໜ້າຊາວເກເຣັດ ແລະ ຊາວເປເລັດ; ແລະ ບັນດາລູກຊາຍຂອງກະສັດດາວິດຫົວໜ້າຂອງບັນດາຂ້າລາຊະການໃນຝ່າຍຂອງກະສັດ.Biblica, Inc.